Breaking News

ຊົມເຊີຍ! ໜຸ່ມກູ້ໄພຈາກລາວເຂົ້າຮ່ວມຄົ້ນຫາ 13 ຄົນທີ່ສູນຫາຍໃນຖໍ້າຫຼວງ ຈັງຫວັດ ຊຽງລາຍ!!!

ແບ່ງປັນ

ເປັນກະແສພຽງຊົ່ວຂ້າມຄືນ ເມື່ອມີໜຸ່ມກູ້ໄພຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍທີ່ ຖໍ້າຫຼວງ ຈັງຫວັດ ຊຽງລາຍ ປະເທດໄທ.

ເຊິ່ງໜຸ່ມລາວຄົນນີ້ກໍ່ຍັງໄດ້ໂພດຜ່ານເຟສບຸກວ່າ: “ໄດ້ເປັນໂຕແທນຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ທີ່ໄດ້ຖຶກສົ່ງໂຕເຂົາມາຮ່ວມພາລະກິດ ເຂົ້າຊ່ວຍເຫຼືອໃນການຄົ້ນຫາຄົນ ທີ່ສູນຫາຍເຂົ້າໄປໃນ ວົນອຸທະຍານຖ້ໍາຫລວງ-ຂຸນນ້ຳນາງນອນ ເປັນຈຳນວນ 13 ຄົນ ທີ່ຈັງຫວັດ ຊຽງລາຍ” ເຮັດໃຫ້ມີຜູ້ຄົນເຂົ້າໄປຮ່ວມໃຫ້ກຳລັງໃຈ ແລະ ກົດໄລ້ ກົດແຊຣໂພສດັ່ງກ່າວ ເອົາໃຈຊ່ວຍ ແລະ ພາວະນາໃຫ້ຄົ້ນຫາເດັກນ້ອຍທັງ 13 ຄົນໃຫ້ເຫັນໂດຍໄວ.

(ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ)

ຮູບພາບ: Yen Visoudala

ແບ່ງປັນ