Breaking News

ມາຮູ້ຈັກ! ເທນເນີ້ ເຟື້ອງ ສາວລາວຜູ້ໄດ້ລາງວັນໃນເວທີ (WFF) ທີ່ປະເທດສິງກະໂປ!!!

ແບ່ງປັນ

ທິບພະພອນ ເພັງສະຫວັນ (ເຟື້ອງ) ສາວລາວທີ່ເດີນທາງໄປຮ່ວມແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ (WFF) ແລະ ຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະນາງສາມາດຕິດທ໊ອບ ແລະ ໄດ້ລາງວັນທີ 4 ມາຝາກຄົນລາວເຮົາ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ຄົງຢາກຈະຮູ້ຈັກນາງ ວ່ານາງເປັນໃຜ?

ສຳລັບ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. Laos 2018”  ແລະ ຫຼ້າສຸດກັບການປະກວດ World Fitness Federation International ທີ່ປະເທດສິງກະໂປ (WFF) ກໍ່ຍັງໄດ້ລາງວັນອັນດັບທີ 4 ມາຝາກພໍ່ແມ່ພີ່ນ້ອງຊາວລາວ (ບໍ່ທຳມະດາອີ່ຫລີສາວລາວເຮົາ)

ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. Laos 2018”  ອີກດ້ວຍ.

ພໍແຕ່ເຫັນຫຸ່ນນາງແລ້ວ ຮູ້ສຶກຢາກອອກກຳລັງກາຍ ມາຖ່າຍຮູບໂຊກ້າມແໜ້ນໆເລີຍແມ່ນບໍ່, ເອົ້າ!!! ຢ່າງໄດ໋ກໍ່ຢ່າທໍ້ຖອຍໃຈເດີ້ໝູ່ເພື່ອນ ເພາະການອອກກຳລັງກາຍນອກຈາກເຮັດໃຫ້ສຸຂະພາບດີແລ້ວ ຍັງຊ່ວຍເລື່ອງບຸກຂະລິກໃຫ້ເຮົາດູດີ ມີສະເໜ່ ໃຜເຫັນກໍ່ຢາກແນມອີກໄດ໋ (ສູ້ໆໆໆ).

ຮູບພາບ: Thipphaphone Bbfeuang Phengsavanh

ແບ່ງປັນ