Breaking News

ສະເຫຼີມສະຫຼອງ! 45 ປີ ບໍລິສັດ ເບຍລາວ ພ້ອມເປີດໂຕຜະລິດຕະພັນໃໝ່ 3 ລົດຊາດ (ເບຍໄວສ໌, ເບຍແອມເບີ້ ແລະ ເບຍຮ໋ອບປີ້)

ແບ່ງປັນ

ໃນວັນທີ 10 ກໍລະກົດ 2018 ທີ່ຜ່ານມາໄດ້ມີພິທີສະເຫຼີມສະຫຼອງ ບໍລິສັດ ເບຍລາວ ຄົບຮອບ 45 ປີ (1973-2018) ໂດຍການເປັນປະທານໂດຍ ທ່ານ ເຮັນລິກ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ, ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ, ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ, ຮ່ວມດ້ວຍພະນັກງານ ບໍລິສັດ ເບຍລາວ ແລະ ສື່ມວນຊົນທຸກຂະແໜງການ.

ປີນີ ບໍລິສັດ ເບຍລາວ ໄດ້ມີອາຍຸ 45 ປີ ພໍດີ ແລະ ກໍ່ເປັນ 45 ປີ ແຫ່ງການເດີນທາງຜ່ານຈຸດເວລາຕ່າງໆທີ່ມີທັງຂໍ້ສະດວກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ທົດສອບຈິດໃຈ, ຄວາມສາມາດ ແລະ ຄວາມຕັ້ງໃຈຂອງການນຳພາ ຈົນສາມາດກ້າວຂຶ້ນມາຍືນໃນຈຸດນີ້ໄດ້ ແລະ ກາຍເປັນບໍລິສັດໜຶ່ງທີ່ມີບົດຮຽນ ແລະ ຜົນສຳເລັດໃນການດຳເນີນທຸລະກິດໃນປະເທດ.

ການເຕົ້າໂຮມພະນັກງານໃນບໍລິສັດມື້ນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍເພື່ອປະກາດການສະເຫຼີມສະຫຼອງ 45 ປີ ເບຍລາວ ແລະ ເລີ່ມການແຂ່ງຂັນຂອງຝ່າຍຕ່າງໆ ແລະ ບຸກຄົນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ປະຕິບັດກິດຈະກຳສຳຄັນຕ່າງໆກັບພາກສ່ວນກ່ຽວຂ້ອງໃຫ້ມີຜົນສຳເລັດຕາມແຜນການ ແລະ ລື່ນແຜນການທີ່ໄດ້ວາງໄວ້ໃນປີ 2018 ເພື່ອຮ່ວມກັນສະຫຼອງຜົນສຳເລັດກັບພາກສ່ວນລັດຜູ້ໃຫ້ນະໂຍບາຍ ແລະ ຊີ້ນຳພາ, ຜູ້ສະໜອງ, ຄູ່ຮ່ວມທຸລະກິດ, ລູກຄ້າຄອບຄົວເບຍລາວ, ຮ້ານຄ້າ, ຜູ້ຊົມໃຊ້, ສື່ທຸກຂະແໜງ ແລະ ພາກສ່ວນຕ່າງໆທີ່ໄດ້ເອົາໃຈໃສ່ປະກອບສ່ວນຊຸກຍູ້ໃຫ້ທຸລະກິດເບຍລາວເຕີບໃຫ່ຍເຂັ້ມແຂງໃນປາຍປີນີ້ດ້ວຍຄວາມພາກພູມໃຈ.

ພິເສດໃນໂອກາດສະເຫຼີມສະຫຼອງ 45 ປີເບຍລາວນີ້ ບໍລິສັດກໍ່ໄດ້ອອກສິນຄ້າໃໝ່ເພື່ອເປັນການຮ່ວມສະເຫຼີມສະຫຼອງໃຫ້ກັບຄວາມສຳເລັດຂອງເບຍລາວກໍ່ຄື: ເບຍໄວສ໌ (White Lager) ມາໃນລົດຊາດ ນຸ່ມນວນ, ເບຍແອມເບີ (Amber Lager) ມາໃນລົດຊາດ ເຂັ້ມຂົ້ນ ແລະ ເບຍ ຮ໋ອບປີ້ (Hoppy Lager) ມາໃນລົດຊາດ ກົມກ່ອມ.

ແບ່ງປັນ