ສະຫະພັນບານເຕະນານາຊາດ (FIFA) ເປີດເຜີຍຄວາມຄືບໜ້າ ຫຼັງທີ່ໄດ້ສົ່ງຈົດໝາຍເຊີນ 13 ຊີວິດ ທີມນັກເຕະເຍົາວະຊົນ ໝູປ່າ-ອາຄາເດມີ່ ເພື່ອໃຫ້ໄປເບິ່ງ ບານໂລກ 2018 ຮອບຊິງຊະນະເລີດ ທີ່ກຣຸງມອສໂຄ ປະເທດ ລັດເຊຍ.
FIFA ໄດ້ສະແດງຄວາມຍິນດີທີ່ ນັກເຕະເຍົາວະຊົນ ແລະ ໂຄດທີມ ໝູປ່າ-ອາຄາເດມີ່ແມ່ສາຍ ສາມາດອອກຈາກຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ໄດ້ຢ່າງປອດໄພ ຢ່າງໃດກໍ່ຕາມ ທີມໝູປ່າກໍ່ບໍ່ສາມາດເດີນທາງໄປເບິ່ງບານໂລກຮອບຊິງໄດ້ ເນື່ອງຈາກບັນຫາສຸຂະພາບ

ໂຄສົກຂອງ FIFA ໄດ້ອອກຖະແຫຼງວ່າ: “ຟີຟ່າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງກ່ຽວກັບການຊ່ວຍເຫຼືອ 12 ນັກເຕະເຍົາວະຊົນ ແລະ ຄູເຝິກສອນຂອງພວກເົຂາ ເຮົາຮູ້ສຶກຂອບໃຈຢ່າງສຸດຊຶ້ງກັບທຸກຄົນທີ່ມີສ່ວນຮ່ວມກັບປະຕິບັກການຊ່ວຍເຫຼືອ ເຊິ່ງໂຊກຮ້າຍທີ່ໄດ້ພາກຊີວິດ 1 ນັກດຳນໍ້າໄປ ພວກເຮົາຂໍສົ່ງຄວາມລະລຶກໄປຍັງຄອບຄົວຂອງເຂົາ”
“ເຮົາໄດ້ຮັບການແຈ້ງການຈາກສະມາຄົມກິລາບານເຕະແຫ່ງປະເທດໄທວ່າ ນ້ອງໆຍັງບໍ່ສາມາດເດີນທາງໄປເບິ່ງເຕະບານໂລກຮອບຊິງໄດ້ ເນື່ອງຈາກເຫດຜົນດ້ານສຸຂະຸພາບ ເຊິ່ງທາງ FIFA ຍັງຄົງໃຫ້ຄວາມສຳຄັນກັບສຸຂະພາບຂອງທຸກຝ່າຍທີ່ກ່ຽວຂ້ອງໃນເຫດການດັ່ງກ່າວ ແລະ ເຮົາຈະເບິ່ງຫາໂອກາດທີ່ດຈະເຊີນນ້ອງໆມາຮ່ວມງານຂອງຟີ່ຟ່າ ເພື່ອຮ່ວມແບ່ງປັນຊ່ວງເວລາແຫ່ງການມີສ່ວນຮ່ວມ ແລະ ການສະເຫຼີມສະຫຼອງໃນຄັ້ງຕໍ່ໄປ”
(ຈົດໝາຍເຊີນຈາກ ຟີ່ຟ່າ ກ່ອນໜ້າ)
ຢ່າງໃດກໍ່ຂໍໃຫ້ ນ້ອງໆທີມໝູປ່າ ແລະ ຄູເຝິກ ກັບມາແຂງແຮງໄວໆ, ແລະ ຍັງຂໍລະນຶກໄປເຖິງ ຈ.ອ ສະມານ ກຸນັນ ອະດີດໜ່ວຍຊີວທີ່ໄດ້ເສຍຊີວິດຂະນະປະຕິບັດໜ້າທີ່ໃນຄັ້ງນີ້ດ້ວຍ ຂໍໃຫ້ດວງວິນຍານໄປສູ່ພົບພູມທີ່ດີ ພ້ອມນີ້ຍັງຂໍສົ່ງກຳລັງໃຈໄປເຖິງຄອບຄົວ ຈ.ອ ສະມານ ກຸນັນ ດ້ວຍ.