Breaking News

ຫ້າມພາດ!!! ທ່ອງທ່ຽວ “ດານັງ” ດິນແດນແຫ່ງມົນສະເໜ່.

ແບ່ງປັນ

“ດານັງ” ເປັນເມືອງໃຫຍ່ ອັນດັບ 4 ຂອງ ປະເທດ ຫວຽດນາມ ເປັນສູນກາງຂອງຫວຽດນາມກາງ ໃນອາດີດເມືອງນີ້ເຄີຍເປັນເມືອງທ່າທີ່ສໍາຄັນໃນຍຸກຮຸ່ງເຮືອງຂອງຫວຽດນາມ ເຊິ່ງປັດຈຸບັນໄດ້ຮັບການພັດທະນາ ໃຫ້ມີສິ່ງທີ່ເອື້ອອໍານວຍຄວາມສະດວກແບບຄົບຖ້ວນ ນັບຕັ້ງແຕ່ສະໜາມບິນ, ສູນການຄ້າ, ຮ້ານອາຫານ, ບ່ອນພັກ ເພື່ອເອື້ອອໍານວຍໃຫ້ນັກທ່ອງທ່ຽວມາຢ້ຽມຊົມ ດານັງ ແລະ ເມືອງໃຫ້ຄຽງ ສໍາລັບກິດຈະກໍາທີ່ເປັນຈຸດເດັ່ນ ເມື່ອມາ ດານັງ ຫ້າມພາດກັບບັນດາສະຖານທີ່ແຫ່ງນີ້:

1. ການນັ່ງກະຕ່າລອຍຟ້າ ທີ່ບານາຮິ້ວສ (Ba Na Hills): ບານາຮິ້ວ ເປັນສະຖານທີ່ທ່ອງທ່ຽວຊື່ດັງປະຈໍາເມືອງດານັງ ມີອຸນຫະພູມສະເລ່ຍ 20-25 ອົງສາ ຕະຫຼອດປີ ບ່ອນນີ້ມີທັງບ່ອນພັກ, ຮ້ານອາຫານ ສ່ວນ Highlight ຂອງການມາເຢືອນເມືອງດານັງກໍ່ຄື ການນັ່ງກະຕ່າໄຟຟ້າຊົມວິວເມືອງດານັງຈາກມຸມສູງ ເປັນໄລຍະທາງທີ່ຍາວທີ່ສຸດໃນໂລກຄື 5,801 ແມັດ ໄລຍະສູງຈາກພື້ນດິນ 1,368 ແມັດ.

2. ຂົວມັງກອນເມືອງດານັງ: ຂົວມັງກອນຂ້າມແມ່ນໍ້າຫາານ (Han River) ທີ່ຢູ່ໃຈກາງເມືອງດານັງ ເປັນຂົວໝຸນແຫ່ງທໍາອິດໃນຫວຽດນາມ ທີ່ນອກຈາກຈະໃຊ້ສັນຈອນໄປມາແລ້ວ ຍັງເປັນ Land Mark ຂອງເມືອງນໍາອີກ ໂດຍຈະເປີດໄຟປະດັບສີຕ່າງໆເວລາກາງຄືນ ແລະ ມີການໂຊພົ່ນນໍ້າ ແລະ ໄຟໃນທຸກໆມື້ພັກ ຊ່ວຍເຮັດໃຫ້ຂົວ ແລະ ແມ່ນໍ້າແຫ່ງນີ້ງົດງາມຂຶ້ນໄປອີກ

3. ຜາຫິນອ່ອນ (Marble Mountains): ຕັ້ງຢູ່ທາງພາກຕາເວັນອອກສ່ຽງໃຕ້ຫ່າງຈາກເມືອງດານັງປະມານ 11 ກິໂລແມັດ ປະກອບໄປດ້ວຍຜາໃຫຍ່ນ້ອຍຈໍາໜ່ວຍ 5 ໜ່ວຍ ເຊິ່ງມີຊື່ຕາມທາດທັງ 5 ໄດ້ແກ່: ໄມ້, ດິນ, ນໍ້າ, ລົມ, ໄຟ ແລະ ໂລຫະ ເຊິ່ງຜາທີ່ມີຊື່ສຽງທີ່ສຸດແມ່ນ ຖຸ່ຍເຊີນ (Thuy Son) ທີ່ແປວ່າທາດນໍ້າ ເບິງຜາຈະມີທັງຖໍ້າ ແລະ ອຸໂມງທີ່ມີພຣະພຸດທະຮູບ ແລະ ເທບພະເຈົ້າອົງຕ່າງໆ ຢູ່ພາຍໃນໃຫ້ກາບໄຫວ້ບູຊາ ສ່ວນທາງເທິງຈະເປັນຈຸດຊົມວິວຂອງເມືອງດານັງ ທີ່ສາມາດເບິ່ງເຫັນອ່າວດານັງ ແລະ ຈຸດຕ່າງໆໄດ້

4. ອ່າວດານັງ: ອ່າວດານັງຈະຕ່າງຈາກບ່ອນອື່ນຄື ຊາຍຈະບໍ່ເປັນສີຂາວ ແລະ ນໍ້າທະເລບໍ່ແມ່ນສີຟ້າ ເຊິ່ງເປັນຈຸດເດັ່ນທີ່ເຮັດໃຫ້ບ່ອນນີ້ກາຍເປັນສະຖານທີ່ທ່ອງທ່ຽວຊື່ດັງ ແລະ ເຮົາສາມາດພົບເຫັນວິຖີຊີວິດຊາວປະມົງຫວຽດນາມໄດ້ທີ່ນີ້ ເພາະຊາຍຫາດຂອງອ່າວດານັງນັ້ນເຕັມໄປດ້ວຍເຮືອທີ່ສານຂຶ້ນຈາກໄມ້ໄຜ່ໝົດລໍາຈອດລຽງລາຍຕາມຊາຍຫາດ ແຕ່ຖ້າໃຜທີ່ຕ້ອງການຈະຫຼິ້ນນໍ້າທະເລກໍ່ສາມາດໄປໄດ້ທີ່ຫາດ ໝີເຄວ (My Khe Beach)

ສໍາລັບການເດີນທາງໄປຍັງດານັງແມ່ນສາມາດເດີນທາງໄດ້ດ້ວຍຍົນ ຈາກສະໜາມບິນວັດໄຕໄປຫາຮາໂນ່ຍ ແລ້ວຂຶ້ນເຄື່ອງຈາກຮາໂນ່ຍໄປດານັງ ຄ່າປີ້ຍົນໄປກັບ 340 ໂດລາ ລາຍລະອຽດສາມາດສອບຖາມໄດ້ທາງ Facebook Page: Vientiane Ticketing

ແບ່ງປັນ