Breaking News

ຮູ້ຫຼືບໍ່? ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມີຫຍັງແດ່???

ແບ່ງປັນ

ສະບາຍດີ!!! ນ້ອງໆ ວ່າທີ່ ນັກສຶກສາ ໄລຍະນີ້ແມ່ນກຽມ ຂຸນຂ້ຽວ ຕິວເຂັ້ມ ຢ່າງໝັກ ເພື່ອທີ່ຈະກຽມຕົວ ກຽມໃຈ ສອບເສັງເຂົ້າຮຽນ ທີ່ ມະຫາວິທະຍາໄລແຫ່ງຊາດ ດັ່ງນັ້ນ ທີມງານ ຂວັນໃຈ ເຮົາກໍ່ບໍ່ຢູ່ລ້າ ໄດ້ໄປຊ໋ອກແຊ໋ກ ເອົາຂໍ້ມູນ ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມາຝາກນ້ອງໆ ມາເບິ່ງກັນວ່າມີຫຍັງແດ???

1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ.

2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ.

3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ.

4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: ບັດປະຈຳຕົວ, ໃບຂັບຂີ່ ຫຼື ປຶ້ມສຳມະໂນຄົວ.

5. ໃນຫ້ອງສອບເສັງ ຕ້ອງປະຕິບັດຕາມການຈັດສັນຂອງກຳມະການຄວບຄຸມຫ້ອງສອບເສັງທີ່ໄດ້ກຳນົດໃຫ້ເທົ່ານັ້ນ.

6. ຕ້ອງສອບເສັງຄົບຖ້ວນທຸກວິຊາທີ່ໄດ້ກຳນົດໄວ້ຄະນະກຳມະການຈຶ່ງຈະກວດບົດ ແລະໃຫ້ຄະແນນ.

7. ຜູ້ເຂົ້າສອບເສັງຕ້ອງຂຽນຊື່, ນາມສະກຸນ, ລະຫັດບັດສອບເສັງ ແລະ ຂໍ້ມູນອື່ນໆທີ່ໄດ້ລະບຸໄວ້ໃນເຈ້ຍຂະໜານ ຕອບພ້ອມດ້ວຍລາຍເຊັນໃຫ້ຄົບຖ້ວນ.

ເຫັນລະບຽບ ທັງ 7 ຂໍ້ແລ້ວເປັນແນວໃດແດ່??? ຢ່າງໃດກໍ່ຂໍໃຫ້ ນ້ອງໆ ທຸກຄົນໂຊກດີໃນການສອບເສັງ ຂໍໃຫ້ໄດ້ເຂົ້າຮຽນໃນ ຄະນະທີ່ຕົນເອງມັກ ແລະ ຮັກທີ່ຈະຮຽນ ເພາະການເຮັດໃນສິ່ງທີ່ເຮົາ ຮັກ ແລະ ມັກ ຖືເປັນການເລີ່ມຕົ້ນທີ່ດີຂອງ ອະນາຄົດ ເດີ້ນ້ອງໆ!!!

(ຢ່າລືມແຊຣ ລະບຽບນີ້ ແລະ ແທັກຫາໝູ່ນຳແດ່)

ທີ່ມາ: http://entrance.nuol.edu.la/index.php/%E0%BA%A5%E0%BA%B0%E0%BA%9A%E0%BA%BD%E0%BA%9A

ແບ່ງປັນ