Breaking News

ປາດດດ! ງາມແຮງ…ເຫັນແລ້ວບໍ່ຢາກລະສາຍຕາ ຈີ່ຈີ້ ພອຍໄພລິນ ລຸກນີ້ກິນຂາດ!!!

ແບ່ງປັນ

ຂໍສຽງ fc ຈີ່ຈີ້ ພອຍໄພລິນ ສີວິໄລ ເນັດໄອດໍ້ຕະຫຼອດການ ແດ່ໄວໆ… ຫຼ້າສຸດຫຼັງຈາກທີ່ນາງໄດ້ສຳເລັດການສຶກສາຈາກເມືອງຜູ້ດີອັງກິດ ມາສົດໆຮ້ອນໆ ນາງກໍ່ມີຜົນງານມາໃຫ້ແຟນໆຕິດຕາມກັນເລີຍເດີ້ ໂດຍເຟສບຸກຂອງ ອາເລັກ ອະລິຍາ ນັກແຕ່ງໜ້າຄິວທອງ ກໍ່ໄດ້ໂພສອັບເດດການແຕ່ງໜ້າໃຫ້ ສາວ ຈີ່ຈີ້ ດ້ວຍລຸກທີ່ແບບວ່າ ຫວານ ສົດໃສ ເກົາຫລີໆແດ່ ບອກເລີຍວ່າ ບໍ່ຢາກລະສາຍຕາ ປານມີມົນສະກົດ ເບິ່ງແລ້ວ ງາມແຮງ…ແພງເວີ້ ເວົ້າໄປກໍ່ຄືວ່າຈະຍ້ອງ ສາວ ຈີ່ຈີ່ ເກີນເຫດ ບໍ່ເຊື່ອມາເບິ່ງໃຫ້ເຫັນກັບຕາໄດ້ເດີ້ແຟນໆ!!!

ຫັນແນ່…ເພີນເລີຍແມ່ນບໍ່ ຊະນີIndy ບອກແລ້ວວ່າ ງາມ ຍັງບໍ່ໝົດເດີ້ ຍັງມີຮູບງາມໆຂອງ ຈີ່ຈີ້ ພອບໄພລິນ ມາຝາກອີກ ໃຜທີ່ເປັນແຟນຄລັບນາງກໍ່ຢ່າລືມ ໄລ້ ແຊຣແບບລົວໆ ໃຫ້ນາງກັນແດ່.

ຂໍຂອບໃຈຮູບພາບຈາກ: FB/Alex Aliya Soundala  , IG/chichisvl

ແບ່ງປັນ