Breaking News

ເກີດຫຍັງຂຶ້ນ??? ອາເລັກຊານດຼ້າ ອອກມາປະກາດຖອນຕົວອອກຈາກການເປັນ ຜູ້ອຳນວຍການ Miss Universe Laos 2018 ແບບຟ້າຜ່າ!!!

ແບ່ງປັນ

ເປັນກະແສ Talk of the town ເມື່ອ ອາເລັກຊານດຼ້າ ບຸນຊ່ວຍ ອອກມາປະກາດວ່າ She ຂໍຖອນຕົວອອກຈາກການເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ຈົນເປັນກະແສ ດຣ່າມ່າສະເທືອນວົງການນາງງາມລາວ ເພາະເວທີດັ່ງກ່າວຫາກໍ່ມີການ ຖະແຫຼງຂ່າວການປະກວດຢ່າງເປັນທາງການໃນຊ່ວງ ວັນທີ 3 ກໍລະກົດ 2018 ທີ່ຜ່ານມາແລະ ນາງເອງກໍ່ມີໜ້າທີ່ເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ໃນປີນີ້, ເຊິ່ງໃຈຄວາມຂອງແຈ້ງການທີ່ ອາເລັກຊານດຼ້າ ບຸນຊ່ວຍ ມີຢູ່ວ່າ:

ເຖິງຢ່າງໃດກໍ່ຕາມທາງເພສຕົ້ນສັງກັດ Miss Universe Laos ຍັງບໍ່ມີການເຄື່ອນໄຫວ ແລະ ອອກມາຖະແຫຼງຂ່າວຢ່າງເປັນທາງການ ຈົນເຮັດໃຫ້ເກີດຄວາມສັບສົນຂອງປະຊາຊົນທົ່ວປະເທດ ວ່າເກີດຫຍັງຂຶ້ນກັບວົງການນາງງາມລາວ, ແລ້ວ ເວທີ Miss Universe Laos 2018 ໃຜຈະມາເປັນ ຜູ້ອຳນວຍການ ຄົນໃໝ່ ກະລຸນາຕິດຕາມຕອນຕໍ່ໄປ!!!

ຂໍຂອບໃຈທີ່ມາຈາກ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

ແບ່ງປັນ