Breaking News

ຜູ້ຊາຍຄົນນີ້ພັບເງິນເປັນເວລາ 4 ປີ!!!

ແບ່ງປັນ

ພັບເງິນໃຫ້ 4 ປີ ສຸດທ້າຍຖືກຜູ້ສາວຖິ້ມຈ້ອຍ!!!

ໂດຍ:  “ຊະນີIndy”

ໂອ້ຍ ຊ່າງມາດູຕົນອ້າຍບ່າວຜູ້ນີ້ແທ້!!! “ຊະນີIndy” ບໍ່ເຄີຍຄິດເລີຍວ່າຈະມີຜູ້ຊາຍແບບນີ້ເຫຼືອຢູ່ ໃນວັນທີ 28 ທັນວາ 2016 ທີ່ຜ່ານມາມີຜູ້ຊາຍຄົນໜຶ່ງ Post Facebook ສ່ວນຕົວທີ່ມີຊື່ວ່າ: Honley Phoneketkeo Tavingnan ແລະ ໄດ້ເລົ່າເລື່ອງລາວສ່ວນຕົວຂອງເພິ່ນທີ່ຖືກຜູ້ສາວຖີ້ມ ເຊິ່ງໃຈຄວາມກໍຄື ເພິ່ນມີຄວາມເສຍ ໃຈແຮງ ແລະ ກໍໄດ້ໃຊ້ເວລາພັບເງິນເປັນເວລາ 4 ປີ ແລ້ວເອົາໄປໃຫ້ຜູ້ສາວຮັກສາໄວ້ ແຕ່ຫຼ້າສຸດເລີກກັນແລ້ວ.

“ຂ້ອຍໃຊ້ເວລາທັງຊີວິດຕາມຫາຄົນທີ່ຄິດວ່າແມ່ນພັບເງິນພວກນີ້ດ້ວຍຫົວໃຈມື້ລະໃບ, ເອົາໄປໃຫ້ທຸກມື້ໄລຍະເວລາ 3~4 ປີ ແລ້ວເອົາໄປໃຫ້ແຟນເກົ່າຂ້ອຍຜູ້ນັ້ນບອກໃຫ້ລາວຮັກສາໄວ້, ເງິນພວກນີ້ບໍ່ຫຼວງຫລາຍແຕ່ຄວາມຮູ້ສຶກທີ່ຢູ່ໃນແຕ່ລະໃບມັນມີຄ່າເກີນກ່ວານັ້ນຂ້ອຍຄົບກັບລາວ 7 ປີສຸດທ້າຍໄດ້ເລີກກັນ ແລະ ທຸກເທື່ອທີ່ມີຮັກ  ໃໝ່ຂ້ອຍກໍ່ບໍ່ເຄີຍຮັກສາມັນໄວ້ໄດ້ເລີຍ, ຂ້ອຍຂໍໂທດທຸກຄົນທີ່ຜ່ານມາໃນຊີວິດຂ້ອຍຕັ້ງແຕ່ນີ້ໄປຂ້ອຍຈະບໍ່ນຳຫາມັນຂ້ອຍຈະປ່ອຍໃຫ້ໂຊກຊະຕາກຳນົດດ້ວຍໂຕມັນເອງ

ໂອໆໆໆ…ບໍ່ຕ້ອງເສຍໃຈເດີ້ອ້າຍ ແມ່ຍິງດີໆກໍມີຫຼາຍ ຖ້າບໍ່ມີໃຜເອົາແທ້ໆໃຫ້ມາທາງນີ້ເດີ້ “ຊະນີIndy” ຍິນດີຕ້ອນຮັບຢູ່ເດີ້555!!!

 

ແບ່ງປັນ