Breaking News

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ແບ່ງປັນ

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ເຊິ່ງຈາກການແຕ່ງຕັ້ງຂອງກອງປະກວດ Miss Universe Laos ດ້ວຍເຫັນວ່າມີຄວາມເໝາະສົມບໍ່ວ່າຈະເປັນຮູບຮ່າງ ໜ້າຕາ ແລະ ທັກສະດ້ານຄວາມຮູ້ຕ່າງໆ ແລະ ອອນອະນົງ ກໍ່ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດ ໃນເວທີ ນາງງາມຈັກກະວານ Miss Universe  2018.

Miss Universe Laos 2018 ຈະມີແຕ່ຄວາມງາມກໍ່ຄົງຈະເປັນໄປບໍ່ໄດ້ ຕ້ອງມີຄວາມຮູ້ໃນຫຼາຍໆດ້ານ ດັ່ງນັ້ນ ຂວັນໃຈເຮົາຈຶ່ງໄດ້ອັບເດດໂປຟາຍຂອງນາງແບບ exclusive ມາຝາກແຟນໆດັ່ງນີ້:

ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ ໂດຍສ່ວນໂຕເປັນຄົນມັກເຮັດກິດຈະກຳ, ຕອນ ອາຍຸ16ປີ ນ້ອງເຄີຍເຂົ້າຮວ່ມທຶນແລກປ່ຽນທາງດ້ານວັດທະນາທຳ ແລະ ພັດທະນາຄວາມເປັນຜູ້ນຳທີ່ ສະຫະລັດອາເມລິກາເປັນເວລາ1ເດືອນ, ຫລັງຈາກນັ້ນນ້ອງກໍໃດ້ເປັນໂຕແທນນັກຮຽນລາວເຂົ້າຮວ່ມໂຄງການ JENESYs ເຊິ່ງເປັນ ໂຄງການແລກປ່ຽນວັດທະນາທຳ ແລະ ຄວາມຮູ້ດ້ານການຮັກສາສິ່ງແວດລ້ອມ ລະຫວ່າງຊາວໜຸ່ມລາວ ແລະ ຍີ່ປຸ່ນ ເປັນເວລາ1ເດືອນທີ່ເມືອງໂຕກຽວ ປະເທດຍີ່ປຸ່ນ, ຕໍ່ມານ້ອງກໍໄດ້ມີໂອກາດເປັນໂຕແທນໄວໜຸ່ມລາວເຂົ້າຮວ່ມກອງປະຊຸມຜູ້ນຳໄວໜຸ່ມຂອງອາຊ້ຽນ ແລະ ອາເມລິກາ ທີ່ຈັດຂຶ້ນໃນປະເທດອິນໂດເນເຊຍ. ຫຼັງຈາກນັ້ນນ້ອງກໍສາມາດເສັງໄດ້ເປັນຕົວແທນຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ກັບ ຊາວໜຸ່ມສິບປະເທດອາຊຽນ ແລະ ຍີ່ປຸ່ນ. ຕໍ່ມາໃນປີ 2014 ນ້ອງກໍໄດ້ມີໂອກາດ ເຂົ້າຮ່ວມການເຝິກອົບຮົບແນວຄິດສ້າງສັນໃນການພັດທະນາ ທີ່ປະເທດມາເລເຊຍ ໂດຍມີ ທ່ານປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ໃຫ້ກຽດກ່າວ ຄຳປະຖະກະຖາ, ນ້ອງໃດ້ມີໂອກາດໄດ້ເຂົ້າຮັບຟັງ ແລະເປັນກຽດຈັບມືທັກທາຍນຳເພິ່ນ.

ຈາກການເຝິກອົບຮົມໄລຍະສັ້ນ ນ້ອງພອ້ມດວ້ຍໜູ່ຮວ່ມກຸ່ມອີກ4 ຄົນຈາກປະເທດອາຊຽນ ສາມາດຍາດເອົາລາງວັນທີ່ໜຶ່ງໃນການຄິດຄົ້ນແບບການພັດທະນະດີເດັ່ນໃນດ້ານການສົ່ງເສີມເສດຖະກິດທ້ອງຖິ່ນ. ຫຼັງຈາກນັ້ນ ນ້ອງກໍໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ໂດຍລັດຖະບານຮົງກາລີເພື່ອໄປສຶກສາຕໍ່ທີ່ ທະວີບເອີຣົບ. ໃນຊວ່ງທີ່ນ້ອງສຶກສາຢູ່ທີ່ປະເທດຮົງກາລີ ນ້ອງກໍໃດ້ມີໂອກາດເປັນຕົວແທນນັກຮງນ ແລະ ຊາວໜຸ່ມລາວເຂົ້າຮວ່ມຫຼາກຫຼາຍກອງປະຊຸມ ແລະ ກິດຈະກຳແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຄວາມຄິດເຫັນໃນຫຼາຍໆ ຫົວຂໍ້ບັນຫາ ບໍ່ວ່າຈະເປັນ ໃນເລື່ອງບັນຫາກ່ຽວກັບຜູ້ອົບພະຍົບ ແລະ ສິດທິມະນຸດ, ພົ້ນເດັ່ນທີ່ສຸດໃນນັ້ນແມ່ນນ້ອງໃດ້ເປັນຕົວແທນນັກຮຽນລາວຄົນທຳອິດທີ່ເຂົ້າຮວ່ມການແລກປ່ຽນ ແລະ ສົນທະນາບັນຫາຄວາມເທົ່າທຽມຂອງສັງຄົມ ຈັດຂຶ້ນໂດຍໂຄງການນັກຮຽນນານາຊາດທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງແມ່ນປະເທດນໍເວຍເປັນເຈົ້າພາບ. 

(ບອກເລີຍໂປຟາຍບໍ່ທຳມະດາອີ່ຫລີສາວຄົນນີ້)

(ວ້າວ!!! ບອກເລີຍໂປຟາຍເລີດໆໆໆ ບໍ່ທຳມະດາແທ້ໆ) ມີຄວາມພ້ອມດ້ານຄວາມງາມ, ຄວາມຮູ້ຄວາມສາມາດດ້ານພາສາ, ມີກິລິຍາມາລະຍາດດີ ແລະ ຮູ້ຈັກຄະນົບທຳນຽມປະເພນີລາວ ເຫມາະສົມທີ່ຈະເປັນຕົວແທນໃຫ້ແມ່ຍິງລາວໄປປະກວດໃນເວທີ ມີສຢູນີເວີສ 2018. (ຢ່າງໃດກໍ່ຂໍເຊຍລາວສຸດໃຈ #ແຊຣໄປໃຫ້ໂລກຮູ້)

ຂໍຂອບໃຈສຳລັບຮູບພາບ:On-anong Homsombath , target magazine, Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ