Breaking News

ສະແດງຄວາມຍິນດີ! ໜຸ່ມລາວຄວ້າໄປແລ້ວໜຶ່ງລາງວັນໃນເວທີ Mister United Asia 2018 #ແຊຣໄປໃຫ້ໂລກຮູ້ດ່ວນນນ

ແບ່ງປັນ

ກ່ອນອື່ນຕ້ອງຂໍບອກວ່າ #ແຊຣໄປໃຫ້ໂລກຮູ້ດ່ວນນນ ເພາະຫຼ້າສຸດ ບອຍ ໄຊຍະເວດ ໜຸ່ມຕົວແທນປະເທດລາວໄດ້ເດີນທາງໄປປະກວດໃນເວທີລະດັບອິນເຕີ Mister United Asia 2018 ເຊິ່ງໃນປີນີ້ຈັດຂຶ້ນທີ່ປະເທດໄທ ແລະ ມີຕົວແທນໜຸ່ມຫຼໍ່ໆ ງານດີໆ ເຂົ້າປະກວດໃນປີນີ້ກັນຫຼາຍປະເທດເລີຍ…

ເຊິ່ງນັບວ່າເປັນຂ່າວດີຂອງຄົນລາວ ເພາະໜຸ່ມລາວຄົນນີ້ສາມາດຄວ້າມາໄດ້ໜຶ່ງລາງວັນຈາກເວທີດັ່ງກ່າວແລ້ວເດີ້ ເຊິ່ງເປັນລາງວັນ Inspiration & Smart (ຂໍສະແດງຄວາມຍິນດີນຳຫຼາຍໆ), ສຳລັບການປະກວດ Mister United Asia 2018 ກຳລັງຢູ່ໃນຊ່ວງທີ່ຜູ້ເຂົ້າແຂ່ງຂັນກຳລັງເກັບຕົວ ແລະ ເຮັດກິດຈະກຳ, ມື້ປະກວດແທ້ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້. 

(ປາດດດດ! ງານດີເວີ້ ບໍ່ແປກໃຈເລີຍວ່າເປັນຫຍັງ ໜຸ່ມ ບອຍ ຈຶ່ງໄດ້ລາງວັນມານອນກອດກ່ອນໝູ່ 555)

ຢ່າລືມຕິດຕາມເປັນກຳລັງຄົນລາວນຳກັນແດ່ເດີ້ທຸກໆຄົນ

ຮູບພາບຈາກ: Boy Xayaveth

ແບ່ງປັນ