Breaking News

ລ້າງສານພິດ ຂັບໄລ່ໄຂມັນງ່າຍໆພຽງແຕ່ກິນອາຫານດັ່ງຕໍ່ໄປນີ້…

ແບ່ງປັນ

ຮ່າງກາຍຮູ້ສຶກໄດ້ຮັບສານພິດ ເຊິ່ງເປັນຜົນມາຈາກອາຫານການກິນ ຫຼື ມົນລະພາວະຕ່າງໆອ້ອມຕົວເຮົາ, ເຊິ່ງແຟນໆຮູ້ບໍ່ວ່າການກິນອາຫານມັນກໍ່ສາມາດລ້າງພິດທີ່ຢູ່ຮ່າງກາຍເຮົາໄດ້ເຊັ່ນດຽວກັນ ນອກຈາກຈະລ້າງສານພິດແລ້ວ ຍັງມີອີກໜຶ່ງຄຸນປະໂຫຍດດີໆເພາະອາຫານຈຳພວກນີ້ສາມາດເຜົາຜານໄຂມັນທີ່ສະສົມໃນຮ່າງກາຍອີກດ້ວຍ ມາເບິ່ງກັນມີຫຍັງແດ່..

ໝາກນາວ ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ແລະກະຕຸ້ນການໄຫຼວຽນຂອງເລືອດ ພຽງແຕ່ດົມກິ່ນກໍສາມາດບັນເທົາອາການວິນຫົວປວດຮາກ

ຫອມຫົວໃຫ່ຍ ເນື່ອງຈາກຫອມຫົວໃຫ່ຍມີວິຕາມິນບີ 1 ຊຶ່ງຊ່ວຍໃນການເຜົາຜານອາຫານ ແລະຍັງຊ່ວຍຂັບສານພິດໃນຮ່າງກາຍອອກມາທາງປັດສາວະອີກດ້ວຍ

ນໍ້າສົ້ມສາຍຊູ ມີຄຸນປະໂຫຍດຊ່ວຍຫຼຸດ Cholesterol ທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານ Cholesterol ທີ່ດີໃຫ້ຮ່າງກາຍ ນອກຈາກນີ້ຍັງກະຕຸ້ນການເຜົາຜານໃນລະບົບຮ່າງກາຍ

-ຂິງ ຊ່ວຍໃຫ້ຮ່າງກາຍອົບອຸ່ນ ຂັບເຫື່ອ ຊ່ວຍປັບອຸນຫະພູມໃນຮ່າງກາຍ ຊ່ວຍເຜົາຜານໄຂມັນ ແລະນໍ້າຕານໃນຮ່າງກາຍ ເພີ່ມການເຜົາຜານໄຂມັນໃນຮ່າງກາຍ ຄວນດື່ມນໍ້າຂິງ ຫຼຶນຳມາເປັນສ່ວນປະກອບຂອງອາຫານເປັນປະຈຳ

-ກະທຽມ ນອກຈາກຊ່ວຍໃນການຂັບໄລ່ສານພິດແລະເສີມສ້າງພູມຄຸ້ມກັນໃນຮ່າງກາຍແລ້ວ ກະທຽມຍັງຊ່ວຍກະຕຸ້ນການເຜົາຜານໄຂມັນແລະທາດນໍ້າຕານໃນຮ່າງກາຍ ຊ່ວຍໃນການດູດຊຶມທາດເຫຼັກ

-ໝາກເລັ່ນ ເປັນຜັກທີ່ມີໄຂມັນຕໍ່າ ເສັ້ນໃຍອາຫານສູງ ກິນແລ້ວຮູ້ສຶກອິ່ມໄວ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ເໝາະສຳລັບຄົນທີ່ຕ້ອງການຫຼຸດນໍ້າໜັກ

-ງາ ມີແຮ່ທາດຕ່າງໆຫຼາກຫຼາຍ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບສານ Triglyceride (ເຊິ່ງສານນີ້ຖ້າມີໃນເລືອດຫຼາຍຈະເຮັດໃຫ້ເກີດອັນຕະລາຍ) ກິນປົນກັບນໍ້າອຸ່ນຈະຊ່ວຍຫຼຸດນໍ້າໜັກໄດ້ເປັນຢ່າງດີ

ຄົນປັດຈຸບັນຫັນມາໃສ່ໃຈສຸຂະພາບຫຼາຍຂຶ້ນ ນອກຈາກອາຫານການກິນແລ້ວ ການອອກກຳລັງກາຍກໍ່ເປັນສິ່ງສຳຄັນ ຄວນຈະເຮັດຄວບຄູ່ກັນໄປ ເພື່ອສຸຂະພາບທີ່ດີ ເພາະການມີສຸຂະພາບທີ່ດີ ສົມບູນແຂງແຮງ ເປັນລາບອັນປະເສີດ.

ຂໍ້ມູນບາງສ່ວນຈາກ: ladytip.com

ແບ່ງປັນ