Breaking News

ງົດດຣ່າມ່າ! ສ່ອງສາວງາມ 10 ປະເທດໃນເຂດອາຊີ (ເຊຍລາວສູ້ໆໆໆ)

ແບ່ງປັນ

ຮູ້ສຶກຕື່ນເຕັ້ນກັນເຂົ້າມາອີກແລ້ວ ຈື່ຄວາມຮູ້ສຶກທີ່ຄົນລາວທົ່ວປະເທດໄດ້ເຊຍ ນ້ອງ ນຸ້ຍ ສຸພາພອນ ໃນເວທີ Miss Universe 2017 ກັນໄດ້ບໍ່??? ຄວາມຮູ້ສຶກນັ້ນກຳລັງຈະກັບມາອີກຄັ້ງໃນຊ່ວງທ້າຍປີນີ້ເດີ້ແຟນໆ… ເຊິ່ງປີນີ້ແນ່ນອນວ່າ ສາວງາມທີ່ຈະໄປເປັນຕົວແທນປະເທດລາວເຮົາກໍ່ຄື ນ້ອງ ອອນອະນົງ ຫອມສົມບັດ ຮອງອັນດັບ 1 ມິສຍູນິເວຣີດ 2017 ແຕ່ໃນປີນີ້ເປັນປີຂອງນາງທີ່ຖືກພິຈາລະນາວ່າມີຄວາມເໝາະສົມທີ່ຈະລົງສະໜາມ ແຂ່ງຂັນໃນເວທີ Miss Universe 2018 ທີ່ຈະມາຮອດໃນທ້າຍປີນີ້.

ຫຼາຍໆປະເທດກໍ່ເລີ່ມໄດ້ຕົວແທນສາວງາມເພື່ອກຽມຕົວ ກຽມຄວາມພ້ອມເພື່ອໄປປະກວດຕໍ່ທີ່ເວທີ Miss Universe 2018 ເຊິ່ງນອກຈາກ ນ້ອງ ອອນ ທີ່ກຳລັງເປັນກະແສຮ້ອນແຮງກັນສຸດໆໃນເວລານີ້ ກໍ່ຍັງມີບັນດາສາວງາມປະເທດເພື່ອນບ້ານຕ່າງໆ ເຊິ່ງໃນມື້ນີ້ ຊະນີIndy ໄດ້ໄປຊອກເອົາ ສາວງາມໃນເຂດອາຊີເຮົາມາຝາກທັງໝົດ 10 ປະເທດ, ລອງມາເບິ່ງກັບວ່າຈະມີປະເທດໃດແດ່…

Miss Universe Laos 2018 (ອອນອະນົງ ຫອມສົມບັດ)

Miss Universe Thailand 2018 (ນິ້ງ ໂສພິດາ ການຈະນະລິນ)

Miss Universe Philippines 2018 (Catriona Gray)

Miss Universe Myanmar 2018 (Hnin Thway Yu Aung)

Miss Universe Vietnam 2018 (H’Hen Niê)

Miss Universe Cambodia 2018 (Rern Sinat)

 Miss Universe Japan 2018 (Yuumi Kato)

Miss Universe Malaysia 2018 (ໍJane Teoh)

Miss Universe China 2018 (MeiSu Qin)

นางงาม เอเชีย

Miss Universe Indonesia 2018

มิสยูนิเวิร์ส

ເຫັນແຕ່ລະປະເທດແລ້ວເປັນແນວໃດແດ່ ມີແຕ່ປະເທດງາມໆເນາະວ່າບໍ່ແຟນໆແຕ່ສຳລັບບາງປະເທດໃນເຂດອາຊີເຮົາກໍ່ຍັງຢູ່ໃນຊ່ວງປະກວດ ຄັດເລືອກສາວງາມຜູ້ທີ່ມີຄວາມເໝາະສົມຢູ່ ຕໍ່ໄປໄດ້ຮູ້ກັນແນ່ນອນ ໄວ້ຈະມາອັບເດດໃຫ້ເບິ່ງໃໝ່(ຢ່າງໃດຄົນລາວເຮົາກໍ່ຢ່າລືມເຊຍລາວກັນແດ່ເດີ້ແຟນໆ #ງົດດຣ່າມ່າແລ້ວມາເຊຍຄົນລາວນຳກັນດີກວ່າ)

ແບ່ງປັນ