Breaking News

ສັກ (Cells) ປະກາດຂໍເອົາໂຕເຂົ້າແລກ ເພື່ອຊ່ວຍເຫຼືອ ນ້ຳຖ້ວມໃຫຍ່ ທີ່ອັດຕະປື!!!

ແບ່ງປັນ

ດັ່ງທີ່ທຸກໆຄົນໄດ້ຮູ້ກັນແລ້ວວ່າ ໄດ້ເກີດໄພພິບັດສຸກເສີນລະດັບຊາດ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ , ດັ່ງນັ້ນຄົນລາວເຮົາຈຶ່ງລວມເປັນຈິດໜຶ່ງໃຈດຽວກັນເພື່ອຊ່ວຍເຫຼືອຜູ້ປະສົບໄພໃຫ້ໄວທີ່ສຸດ ໜຶ່ງໃນນັ້ນ ອາທິສັກ ຣັຕະນະວົງ ຫຼື ອ້າຍ ສັກ ແຫ່ງວົງ (Cells) ກໍ່ບໍ່ນິ່ງນອນໃຈ ອອກມາໂພສປະກາດຂໍເອົາໂຕເຂົ້າແລກ ໂດຍການສະເໜີໃຫ້ ຈອງໂຊວ໌ ສັກ ເຊວສ໌ ແບບເຕັມວົງ ໃນລາຄາ 1 ຊົ່ວໂມງ ລາຄາ 5,000,000 ກີບ ຈາກປົກກະຕິ 8,000,000 ຈຳນວນ 3 ງານ.

ໃຜສົນໃຈກະລຸນາຕິດຕໍ່ຫາ ອ້າຍ ສັກ ເພິ່ນໄດ້ເລີຍເດີ້ ເງິນທຸກກີບທີ່ໄດ້ຈາກຄ່າໂຕຂອງເພິ່ນ ຈະມອບເພື່ອຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້.

ນໍ້າໃຈຄົນລາວບໍ່ເຄີຍຖິ້ມກັນ ເຮົາຕ້ອງຮ່ວມເປັນຈິດໜຶ່ງໃຈດຽວກັນ ເພື່ອຜ່ານໄພພິບັດສຸກເສີນລະດັບຊາດເທື່ອນີ້ໄປໃຫ້ໄດ້ #PrayforAttapue ??????

ທີ່ມາ: fb/Sack Cells Intha Ratanavong

ແບ່ງປັນ