Breaking News

ບົດເພງຊຶ້ງກິນໃຈ “ຝາກນໍ້າໃຈໄປທີ່ອັດຕະປື” (ພວກເຮົາຂໍເປັນກຳລັງໃຈໃຫ້ ສູ້ໆເດີ້…#PrayforAttapue)

ແບ່ງປັນ

ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ.

ດັ່ງນັ້ນພວກເຮົາຂໍເປັນກຳລັງໃຈໃຫ້ ສູ້ໆເດີ້…ຝາກກຳລັງໃຈດ້ວຍບົດເພງນີ້ “ຝາກນໍ້າໃຈໄປທີ່ອັດຕະປື” ເຖີງພີ່ນ້ອງ ແຂວງອັດຕະປື ພິເສດແມ່ນເຂດ ເມືອງ ສະໜາມໄຊ….ຂໍເປັນແຮງໃຈໃຫ້ພີ່ນ້ອງຜ່ານໄປດ້ວຍດີ ແລະ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ… (#PrayforAttapue)

โพสต์โดย JO Kky เมื่อ วันอังคารที่ 24 กรกฎาคม 2018

ສຳລັບ ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ ​ແມ່ນ​ລະບົບ​ເຂື່ອນ​ທີ່​ອ່າງ​ເກັບ​ນ້ຳ​ໄດ້​ເຊື່ອມ​ຕໍ່​ໃສ່​​ຫ້ວຍໝາກຈັນລົງ​ສູ່​ເຂື່ອນ​ເຊ​ປຽນ, ຈາກ​ເຂື່ອນ​ເຊ​ປຽນລົງ​ສູ່​ເຂື່ອນ​ເຊ​ນ້ຳນ້ອຍ ​ແລະ ອ່າງ​ເກັບ​ນ້ຳ​ເຂື່ອນ​ເປັນ​ອ່າງ​ເກັບ​ນ້ຳທີ່​ໃຫຍ່​ທີ່​ສຸດ​ໃນ​ລະບົບ​ເຂື່ອນ​ດັ່ງກ່າວ ດ້ວຍ​ເນື້ອທີ່ 522 ກິ​ໂລ​ແມັດຕາແມັດ, ​ໂດຍ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ທ້າຍ​ປີ 2013 ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນປີ 2019 ມີ​ກຳລັງ​ການ​ຜະລິດ 410 ​ເມ​ກາ​ວັດ, ​ໂດຍ​ມີ​ເຈົ້າຂອງ​ໂຄງການ​ແມ່ນ​ບໍລິສັດ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ ພາຍ​ໃຕ້​ການ​ຮ່ວມ​ຮຸ້ນ​ຂອງບໍລິສັດ sk Engineering Construction ຈາກ ສ.​ເກົາຫລີ​ ຖື​ຮຸ້ນ 26%, ບໍລິສັດ KOWEPO ຈາກ​ ສ.ເກົາຫລີ ຖືຮຸ້ນ 25%, ບໍລິສັດ RATCH ຈາກ​ປະ​ເທດ​ໄທຖື​ຮຸ້ນ 25% ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວຖື​ຮຸ້ນ 24% ດ້ວຍ​ມູນ​ຄ່າ​​ໂຄງການ 1.020 ລ້ານ​ໂດ​ລາ​ສະຫະລັດ.

ຄລິບຈາກ: FB/JO Kky

ແບ່ງປັນ