ຮັບຮູ້ກັນໄປທົ່ວໂລກແລ້ວ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ, ຫຼ້າສຸດ ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ກໍ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເພື່ອຕ້ອງການຮ່ວມຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້…
ເຊິ່ງ ເບີ້ນ ປະທຸມລາດ ແລະ ກ້ອງ ຫ້ວຍໄລ່ ຈະໄລ້ສົດຮ້ອງເພງຄູ່ກັນເພື່ອຮັບບໍລິຈາກ ຕາມສັດທາຈາກແຟນເພງ ເພື່ອຊ່ວຍພີ່ນ້ອງຊາວລາວທີ່ຖືກປະສົບໄພ ແລະ ເບີ້ນ ຍັງໄດ້ກ່າວອີກວ່າ ໃຈແທ້ຢາກເຮັດຄອນເສີດ ແຕ່ຄົງຈະຫຼ້າຊ້າໃນການກະກຽມງານ (ໃນວິກິດທີ່ເກີດຂຶ້ນໃນເທື່ອນີ້ ຈະຊ່ວຍໃຫ້ເຕັມທີ່ ແລະ ຊ່ວຍຢ່າງມີຄຸນນະທຳທີ່ສຸດ)
ນັບວ່າເປັນນໍ້າໃຈອັນປະເສີດ ລະຫວ່າງ ປະເທດບ້ານໃກ້ເຮືອນຄຽງ (ລາວ-ໄທ) ທີ່ມີນໍ້າໃຈໃນຍາມທີ່ອີກຝ່າຍກຳລັງຕົກທຸກໄດ້ຍາກ.
(ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ??
??
??)