Breaking News

ແອບເປີ້ນ-ຟຣຸກ ໄລ້ສົດຫາທຶນຊ່ວຍເຫຼືອພີ່ນ້ອງຊາວ ອັດຕະປື ທະລຸຫຼາຍຮ້ອຍລ້ານ (#Prayforattapue)

ແບ່ງປັນ

ຍາມທຸກແບບນີ້ເຮົາຕ້ອງຊ່ວຍກັນຄົນລະໄມ້ລະມື ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ໄດ້ລະດົມທຶນເພື່ອຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ອັດຕະປື ຜ່ານການໄລ້ສົດ ລະດົມທຶນຈາກທັງສອງຝັ່ງ ລາວ ແລະ ໄທ ປັດຈຸບັນນີ້ ທະລຸຫຼາຍຮ້ອຍລ້ານ ແລະ ເງິນສ່ວນທຳອິດ 100 ລ້ານກີບແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໄຟສາຍ ຜ້າອານາໄມ ໂສ້ງ ຍາໄຕ້ຍຸງ ເກີບ ມຸ້ງ ສິ້ນແຕ້ມ ແລະ ອີກຈຳນວນຫຼວງຫຼາຍ ເຊິ່ງເຄື່ອງແລະເງິນຈະນຳໄປມອບໃຫ້ຜູ້ປະສົບໄພໃນມື້ອື່ນ.

ປັດຈຸບັນຍອດບໍລິຈາກຂອງ ແອບເປີ້ນ ແລະ ຟຣຸກ ກໍ່ຍັງຈະມີຍອດເພີ່ມຂຶ້ນເລື້ອຍໆ… (ສາທຸ ສາທຸ) 

ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ)

 

ແບ່ງປັນ