Breaking News

ດວງປະຈໍາວັນທີ 19 ກໍລະກົດ 2016

ແບ່ງປັນ

ດວງປະຈໍາວັນທີ 19 ກໍລະກົດ 2016

 
• ວັນຈັນ.
ການເງິນ: ໃຫ້ລະວັງໃນການເຊັນສັນຍາທາງການເງິນ ຫຼື ຄູ່ຄ້າທີ່ສໍາຄັນ ທ່ານອາດຈະຜິດພາດຖືກເອົາປຽບໄດ້ງ່າຍໆ.
ວຽກງານ: ຄືເກົ່າບໍ່ມີການປ່ຽນແປງ ລະວັງການເຈັບປ່ວຍຍ້ອນມາຈາກເຮັດວຽກງານ.
ຄວາມຮັກ: ຄົນໂສດຈະຢູ່ໃນຊ່ວງຈີບກັນຫວານຊື່ນ ມີໂອກາດໄດ້ໄປທ່ຽວດ້ວຍກັນ.
• ວັນອັງຄານ.
ການເງິນ: ດີ ທ່ານອາດຈະໄດ້ຮັບໂຊກລາບຈາກຊາຍໜຸ່ມໄວກາງຄົນ ດັ່ງນັ້ນບັນຫາທາງການເງິນທີ່ພົບຈະໄດ້ຮັບການຊ່ວຍເຫຼືອ.
ວຽກງານ: ມື້ນີ້ທ່ານອາດຈະໂດດເດັ່ນຫຼາຍຈະເປັນໄພຕໍ່ຕົນເອງ ອາດຈະຖືກເພື່ອນຮ່ວມວຽກງານກັ່ນແກ້ງ.
ຄວາມຮັກ: ຄົນທີ່ມີຄູ່ຄົນຮັກຈັກເອົາອົກເອົາໃຈຫຼາຍຂຶ້ນ ສ່ວນຄົນໂສດອາດຈະໄດ້ຮັກກັບຄົນທີ່ໝາຍປອງ.
• ວັນພຸດ.
ການເງິນ: ການເຈລະຈາການຄ້າ ດ້ານການເງິນຍັງຕ້ອງອາໄສຄວາມກ້າໃນການເຈລະຈາຢ່າງຮອບຄອບຈຶ່ງຈະໄດ້ເງິນ.
ວຽກງານ: ຍັງບໍ່ກ້າວໜ້າດັ່ງທີ່ທ່ານຫວັງ ໂຄງການວຽກງານຕ່າງໆຈະຢຸດພັກ ເພາະອາດຖືກຄົນອ້ອມຂ້າງຂັດຂວາງ.
ຄວາມຮັກ: ຈະລົງຕົວຫຼາຍຂຶ້ນ ເພາະແຟນຈະຫັນມາໃສ່ໃຈທ່ານ ແລະ ພະຍາຍາມປັບຕົວເຂົ້າຫາທ່ານ.
• ວັນພະຫັດ.
ການເງິນ: ດີຂຶ້ນ ກິດຈະການທີ່ເຮັດຢູ່ຈະມີລູກຄ້າເພິ່ມຂຶ້ນ ເຮັດຍອດຂາຍໄດ້ຕາມໃຈຫວັງ.
ວຽກງານ: ຈະໄດ້ຮັບຂ່າວດີເລື່ອງວຽກງານ ມີການເລີ່ມເຮັດວຽກງານໃໝ່ໆ.
ຄວາມຮັກ: ຄົນທີ່ມີຄູ່ແລ້ວຈະຜິດຖຽງກັນແຕ່ເລື່ອງເກົ່າໆ ທີ່ຍັງຄ້າງຄາໃຈຂອງອີກຝ່າຍ ໃຫ້ລະວັງຮັກຊ້ອນ, ແອບປັນໃຈໃຫ້ຄົນອື່ນ ສ່ວນຄົນໂສດອາດຈະພົບເພື່ອນເກົ່າເພື່ອນຮ່ວມວຽກງານເກົ່າໆ ຄົນຮັກເກົ່າມາເຮັດໃຫ້ຫົວໃຈຫວັ່ນໄຫວ.
• ວັນສຸກ.
ການເງິນ: ອາດຈະໄດ້ຮັບໂຊກລາບ ຫຼື ເຄື່ອງຂອງທີ່ມີລາຄາ.
ວຽກງານ: ໃຫ້ລະວັງເຮັດວຽກງານຜິດພາດ ຈົນຖືກຫົວໜ້າຕໍາໜິໃຫ້ເສຍໃຈ.
ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ ແນະນໍາວ່າຄວນໃຈເຢັນໆດີກວ່າ ເພາະທ່ານອາດຈະເປັນຝ່າຍເສຍປຽບ.
• ວັນເສົາ.
ການເງິນ: ຈະໄດ້້ຮັບຂ່າວຄວາມຄືບໜ້າດ້ານການເງິນ, ການຂໍສິນເຊື່ອ ຈະໄດ້ດັ່ງໃຈຫວັງ.
ວຽກງານ: ດວງວຽກງານເດັ່ນເປັນພິເສດ ເຮັດວຽກໃດກໍປະສົບຄວາມສໍາເລັດ.
ຄວາມຮັກ: ບໍ່ດີປານໃດ ຄົນຮັກຈະປະພຶດຕົນບໍ່ດີ, ບໍ່ເຄົາລົບໃຫ້ກຽດທ່ານຈົນເຮັດໃຫ້ທ່ານຮູ້ສຶກບໍ່ດີຮູ້ສຶກໄຮ້ຄ່າໄປເລີຍ.
• ວັນອາທິດ.
ການເງິນ: ທ່ານອາດຈະມີລາຍໄດ້ເຂົ້າມາ ແຕ່ກໍຕ້ອງເສຍເງິນອອກໄປງ່າຍໆເຊັ່ນກັນ.
ວຽກງານ: ທ່ານຈະໄດ້ຮັບຂ່າວເລື່ອງວຽກງານໃໝ່ ຫຼື ມີຊ່ອງທາງຫາກິນໃໝ່ໆມາລ້ຽງຕົນເອງ ມີລາຍໄດ້ເສີມເຂົ້າມາ.
ຄວາມຮັກ: ມື້ນີ້ທ່ານອາດຈະຍັງຫຼິ້ນຕົວກັບຊາຍໜຸ່ມທີ່ເຂົ້າມາຈີບ ເພາະຄວາມຢ້ານທີ່ຈະເຈັບຈົນທ່ານບໍ່ກ້າທີ່ຈະຮັບໄມຕີຈາກເຂົາເລີຍ.
ແບ່ງປັນ