Breaking News

ສ່ອງ! ນິ້ງ ໂສພິດາ MUT ສາວງາມວ່າທີ່ປະເທດເຈົ້າພາບ Miss Universe 2018

ແບ່ງປັນ

ຊ່ວງນີ້ກະແສນາງງາມກຳລັງມາແຮງ  ເລີຍຢາກພາແຟນໆມາເຮັດຄວາມຮູ້ຈັກກັບສາວງາມຈາກປະເທດຕ່າງໆ  ນິ້ງ ໂສພິດາ ການຈະນະລິນ  Miss Universe Thailand 2018 ປີນີ້ຖືວ່າເປັນປີທີ່ພິເສດແດ່ ເພາະຈະມີການຈັດການປະກວດໃນເວທີ ນາງງາມຈັກກະວານ ( Miss Universe 2018) ໃກ້ໆກັບປະເທດລາວເຮົາ ຈັດຂື້ນທີ່ປະເທດໄທ.

ສຳລັບມື້ນີ້ລອງມາສ່ອງໂປຟາຍຂອງສາວງາມຈາກປະເທດເພື່ອນບ້ານ ນິ້ງ ໂສພິດາ ການຈະນະລິນ  Miss Universe Thailand 2018  ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ ນິ້ງເປັນສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration  ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ ແລະ ກ່ອນໜ້າທີ່ຈະໄດ້ຮັບຕຳແໜ່ງນາງເຄີຍດຳລົງຕຳແໜ່ງຜູ້ຈັດການທະນະຄານທະຫານໄທ ໃນໄວອາຍຸພຽງ 23 ປີ.

(ບອກເລີຍວ່າ  Miss Universe Thailand 2018 ກໍ່ມີໂປຟາຍເລີດ ບໍ່ທຳມະດາອີ່ຫລີ)

ໃນປີນີ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍ່ຈະເດີນທາງໄປເປັນຕົວແທນສາວງາມປະເທດລາວ ແລະ ປະກວດຮ່ວມໃນເວທີດຽວກັນກັບ ນິ້ງ ໂສພິດາ ການຈະນະລິນ  Miss Universe Thailand 2018 ເຊັ່ນດຽວກັນ…ຢ່າລືມເປັນກຳລັງໃຈໃຫ້ສາວໆທີມອາຊີເຮົາແດ່ເດີ້ແຟນໆ.

ຮູບພາບ: IG/ningsophidaa

ແບ່ງປັນ