Breaking News

ການເດີນທາງເປັນເວລາດົນຂ້າມມື້ ຂ້າມຄືນ ອາດເຮັດໃຫ້ເກີດອາການເມື່ອຍ ແລະ ເບື່ອໄດ້… ແລ້ວຈະເຮັດແນວໃດດີ?

ແບ່ງປັນ
 ເວລາທີ່ເຮົາຕ້ອງຂີ່ຍົນເປັນເວລາດົນໆ ຫຼາຍຊົ່ວໂມງ ຫຼື ຂ້າມມື້ ຂ້າມຄືນ ບາງຄົນອາດຈະເກີດອາການເມົາ, ບໍ່ສະບາຍຕົວ, ນອນບໍ່ຫຼັບເປັນຕົ້ນ ຈົນເຮັດໃຫ້ຫຼາຍໆຄົນ ຄິດນັກກ່ອນຈະເດີນທາງທຸກຄັ້ງ ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບດີໆ ກຽມຕົວໃຫ້ພ້ອມ! ເມື່ອຕ້ອງຂີ່ຍົນເປັນເວລາດົນໆ ຈະຕ້ອງເຮັດແນວໃດ? ແລະ ບໍ່ສະເພາະແຕ່ການຂີ່ຍົນຢ່າງດຽວ ສາວໆສາມາດນໍາໄປໃຊ້ກັບການເດີນທາງໃນຮູບແບບອື່ນກໍໄດ້…
1. ແຕ່ງຕົວໃຫ້ສະບາຍ:
ນຸ່ງເຄື່ອງທີ່ຫຼົມ ແລະ ຖ້າເປັນຜ້າຝ້າຍຈະຍິ່ງດີ ເພາະເຮົາຕ້ອງນັ່ງຢູ່ກັບທີ່ເປັນເວລາດົນກວ່າປົກກະຕິໃນສະຖານທີ່ຈໍາກັດ ອຸນຫະພູມທີ່ປ່ຽນແປງຈາກຮ້ອນເປັນໜາວ ສະນັ້ນ ເຮົາຄວນຈະໄດ້ນັ່ງຢ່າງສະບາຍຈະດີທີ່ສຸດ. ເກີບກໍຄວນໃສ່ເກີບທີ່ບໍ່ຄັບ ຮູ້ສຶກຢູ່ສະບາຍ.
2. ດຶ່ມນໍ້າໃຫ້ຫຼາຍ:
ກ່ອນຍົນຈະຂຶ້ນ ແລະ ລະຫວ່າງທີ່ຢູ່ໃນຍົນອາກາດຈະແຫ້ງຫຼາຍຂຶ້ນ ແລະ ນໍ້າຈະລະເຫີຍອອກໄປ ພະຍາຍາມງົດເວັ້ນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເຄື່ອງດື່ມທີ່ເຮັດໃຫ້ປັດສະວະຫຼາຍ ເພາະຈະເຮັດໃຫ້ຮ່າງກາຍຂອງທ່ານສູນເສຍນໍ້າຫຼາຍຂຶ້ນ.
3. ພົກພາສິ່ງທີ່ຕ້ອງໃຊ້ຕິດຕົວ:
ເຊັ່ນໂລຊັ່ນທີ່ໃຫ້ຄວາມຊຸ່ມຊື່ນແກ່ຜິວ ລິບມັນ ແລະ ຢາຢອດບໍ່ໃຫ້ຕາແຫ້ງ Mask ໃຫ້ຄວາມຊຸ່ມຊື່ນແກ່ຜິວໜ້າເວລານອນ ເປັນສິ່ງທີ່ໄດ້ຮັບຄວາມນິຍົມສໍາລັບກຸ່ມທີ່ເດີນທາງຕະຫຼອດ.
4. ເຄື່ອນຍ້າຍແຂນຂາ:
ເມື່ອຕ້ອງຂີ່ຍົນເປັນເວລາດົນ ຈໍາເປັນຕ້ອງໄດ້ມີການບໍລິຫານຮ່າງກາຍແບບງ່າຍໆ ແລະ ໃຫ້ແຂນຂາໄດ້ເຄື່ອນໄຫວ ໃຫ້ໝູນຂໍ້ຕີນ ໂດຍຢຽດສົ້ນຕີນໄປຊື່ ແລະ ປາຍຕີນສະຫຼັບກັນ, ຍົກຫົວເຄົ່າຂຶ້ນໃນຂະນະທີ່ນັ່ງຢູ່ເປັນເວລາ 2-3 ນາທີ ເຮັດແບບນີ້ທຸກໆເຄິ່ງຊົ່ວໂມງ ຈະຊ່ວຍໃຫ້ເລືອດໝູນວຽນໄດ້ດີ.
5. ເລື່ອນເວລານອນອອກໄປ:
ແທນທີ່ຈະນອນທັນທີຫຼັງກິນອາຫານຄາບທໍາອິດ ໃຫ້ພະຍາຍາມເຮັດຕົວເອງໃຫ້ຕື່ນໄປຕໍ່ຈັກ 2-3 ຊົ່ວໂມງ ການເລື່ອນເວລານອນໃຫ້ດົນຂຶ້ນ ຈະເປັນການເຮັດໃຫ້ແນ່ໃຈວ່າ ເມື່ອຮອດເວລານອນອີ່ຫຼີ ຈະເຮັດໃຫ້ເຮົານອນຫຼັບດີ ແລະ ດົນຂຶ້ນ.
6. ຖ້າເປັນຄົນເມົາຍົນ ຫຼື ຮູ້ສຶກວິນວຽນໄດ້ງ່າຍ:
ແນະນໍາເວລາຊື້ປີ້ໃຫ້ເລືອກນັ່ງແຄມປ່ອງຢ້ຽມສ່ວນປີກຂອງຍົນ ຄວນກິນຢາກັນເມົາກ່ອນຂຶ້ນເຄື່ອງເຄິ່ງຊົ່ວໂມງ ຢາຈະເຮັດໃຫ້ຢາກນອນ ແລະ ຫຼັບສະບາຍຫຼາຍຂຶ້ນ.
7. ຢ່າກິນອາຫານຫຼາຍເກີນໄປ:
ສໍາລັບຄົນທີ່ມັກກິນອາຫານ ແລະ ເຄື່ອງດຶ່ມທີ່ມີທາດເຫຼົ້າ ຫຼື ນໍ້າອັດລົມຫຼາຍເກີນໄປ ຄວນທີ່ຫຼຸດລົງແດ່ ເພາະເຈົ້າຈະບໍ່ຕ້ອງຢູ່ແບບທໍລະມານ ກັບການທຽວເຂົ້າຫ້ອງນໍ້າ ແລະ ເຈັບທ້ອງ. 8. ເວລາຕື່ນນອນເທິງຍົນ: ສໍາລັບບາງຄົນເວລາຕື່ນນອນ ແລະ ລຸກຂຶ້ນຢືນທັນທີ ຈະເຮັດໃຫ້ຮູ້ສຶກວຽນຫົວ ແລະ ໜ້າມືດ ເກີດຈາກອົກຊີແຊນໃນຍົນມີໜ້ອຍ ສໍາລັບຄໍາແນະນໍາຄື ຫຼັງຈາກນອນຕື່ນໃຫ້ຢືດເສັ້ນຢືດສາຍກ່ອນ.
ແບ່ງປັນ