ບໍ່ມີຫຍັງສາຍເກີນໄປສຳລັບການເຮັດຕາມຝັນ ບໍ່ວ່າຈະເດັກນ້ອຍ ຫຼື ຄົນແກ່ກໍ່ບໍ່ແມ່ນບັນຫາ ຫາກເຈົ້າໝັ້ນໃຈໃນສັກກະຍະພາບຂອງຕົວເອງ ເຮັດຕາມທີ່ຕົວເອງຕ້ອງການ ແລະ ສານຕໍ່ຄວາມຝັນຂອງຕົວເອງໃຫ້ປະສົບຜົນສຳເລັດ ດັ່ງກັບ ຊ່າຣ່າ ໂຈແຮນສັນ ຍິງສາວຊາວສະວີເດັນ ອາຍຸ 33 ປີ ອະດີດຊ່າງເສີມສວຍ ມຸ່ງໝັ້ນຕາມຄວາມຝັນ ເດີນໜ້າສຶກສາເລື່ອງການບິນຈົນສຳເລັດ ກ້າວເຂົ້າສູ່ ນັກບິນອາຊີບ ໃນທີ່ສຸດ.
ຊ່າຣ່າ ເລົ່າເຖິງຄວາມຝັນທີ່ເປັນຈິງຂອງນາງວ່າ: “ຕອນຍັງນ້ອຍ ຂ້ອຍຢ້ານຄວາມສູງ ກ່ອນໜ້ານີ້ຂ້ອຍເຄີຍເຮັດວຽກເປັນຊ່າງເຮັດຜົມມາກ່ອນ ແຕ່ຕໍ່ມາຂ້ອຍໄດ້ຄົ້ນພົບຄວາມຝັນຂອງຕົວເອງແບບແທ້ຈິງກໍ່ຕອນທີ່ໄດ້ເຂົ້າໄປນັ່ງໃນກ້ອງຂັບຂອງນັກບິນ ຂ້ອຍຮູ້ສຶກວ່າຫ້ອງນັກບິນນັ້ນມັນໜ້າຕື່ນເຕັ້ນແລະທ້າທາຍສຸດໆ”
“ຈາກນັ້ນຂ້ອຍກໍ່ເດີນໜ້າສານຝັນຂອງຕົວເອງຢ່າງຈິງຈັງ ຂ້ອຍໄປຮຽນບິນ ແລະ ເຝິກທັກສະ ຮຽນຮູ້ເລື່ອງຕ່າງໆ ເຊິ່ງມັນກໍ່ບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍ່ບໍ່ເຄີຍທໍ້ຕໍ່ອຸປະສັກທາງໜ້າເລີຍ ແມ້ຈະຕ້ອງຖືກທົດສອບຢ່າງໜັກ ເຊິ່ງຜົນທີ່ອອກມາກໍ່ເປັນທີ່ໜ້າພໍໃຈຫຼາຍໆ ຕອນນີ້ຂ້ອຍໄດ້ເປັນນັກບິນໂບອິ້ງ 737 ແລ້ວ”
ບໍ່ພຽງແຕ່ ຊ່າຣ່າ ຈະເຮັດຄວາມຝັນໃຫ້ເປັນຈິງແລ້ວ ນາງຍັງໄດ້ແຊຣເລື່ອງລາວຂອງນາງຜ່ານ ອິນສະຕາແກຮມ ເພື່ອສ້າງແຮງບັນດານໃຈໃຫ້ກັບຫຼາຍໆຄົນໄດ້ມີກຳລັງໃຈທີ່ຈະພິຊິດຄວາມຝັນໃຫ້ສຳເລັດອີກດ້ວຍ.
ທີ່ມາ: https://women.mthai.com/amazing-women/359030.html , johsara