Breaking News

ໜ້າຮັກຫຼາຍໆ! ເຈ້ຍ ປາຊີຟິກ ເຜີຍພາບຄອບຄົວສຸດອົບອຸ່ນ ແຟນຄລັບຮ່ວມສະແດງຄວາມຍິນດີ

ແບ່ງປັນ

ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເປັນລູກຊາຍ ນາມວ່າ “ເວຫາ”ນໍ້າໜັກແລກເກີດ 3.33 kg.

ຫຼ້າສຸດ ເຈ້ຍ ປາຊີຟິກ ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ຄໍ້າກໍາຮັບອ້າຍ ເວຫາ ກັບບ້ານ ໃຜຢາກມາ ຫລີ້ນໄພ້ ກິນເຂົ້າປຸ້ນ ກິນເຂົ້າປຽກ ແລະ ອາຫານແຊບໆ ເຊີນມາໂລດເດີ້ ຢູ່ບ້ານສາຍນໍ້າເງີນ ຖາມທາງມາທາງເຟດບຸກກະໄດ້ ສົ່ງຂໍ້ຄວາມມາເລີຍ ຍິນດີຕ້ອນຮັບ ທຸກໆຄົນເດີ້”

“ພໍ່ເຖົ້າໃຫຍ່ ພໍ່ເຖົ້າ ສີສະຫວາດ ແກ້ວບຸນພັນ ມາອຸ້ມຮັບຂວັນຫລານຊາຍ ທ້າວ ເວຫາ ແກ້ວບຸນພັນ ??”

ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ນ້ອງ ເວຫາ ໜ້າຮັກຫຼາຍໆ.

ທີ່ມາ: Phoumsana Sirivongsa

ແບ່ງປັນ