Breaking News

7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …

ແບ່ງປັນ

ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ…

1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ 3.500 ວອນ/ ເດັກນ້ອຍ (ອາຍຸ 14-19 ປີ) ຄົນລະ 1.000 ວອນ, ເດັກນ້ອຍ (ອາຍຸ 8-13 ປີ) ຄົນລະ 500 ວອນ. ເປີດແຕ່ເວລາ 9:00-18:00.

2. ອຸທະຍານແຫ່ງຊາດ ບຸກຮັນຊານ ເປັນອີກສະຖານທີ່ໜຶ່ງທີ່ໃຫ້ກັບກຸງໂຊ ທີ່ສາວໆສາມາດໄປເບິ່ງໃບໄມ້ປ່ຽນສີທ່າມກາງທໍາມະຊາດກໍຄື ອຸທະຍານແຫ່ງຊາດ ບຸກຮັນຊານ ພູຜາຫິນຂະໜາດໃຫຍ່ທາງຕອນເໜືອຂອງກຸງໂຊ ທີ່ອ້ອມລ້ອມດ້ວຍພັນໄມ້ຕ່າງໆຫຼາຍກວ່າ 1.300 ຊະນິດ ແລະ ເປັນສະຖານທີ່ເກົ່າແກ່ທີ່ເປັນທີ່ຕັ້ງຂອງວັດ ແລະ ປ້ອມດ່ານຕັ້ງແຕ່ສະໄໝອານາຈັກຊີນລາ. ຈະເປີດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມຕັ້ງແຕ່ເວລາ 9:00-15:00.

3. ເກາະນາມິ ຈຸດຊົມວິວສໍາລັບຄູ່ຮັກ ເກາະນາມິ ສະຖານທີ່ອັນໂດ່ງດັງຈາກຊີຣີ່ Winter Love Song ເປັນເກາະນ້ອຍໆ ຮູບພະຈັນສ້ຽວ ເດີນທາງຈາກກຸງໂຊໄປພຽງ 1 ຊົ່ວໂມງກໍຮອດແລ້ວ ເປັນສະຖານທີ່ ງົດງາມເໝາະແກ່ການຖ່າຍຮູບຄູ່ເປັນທີ່ສສຸດດດ (ບໍ່ມີຄູ່ກະຖ່າຍໄດ້ເດີ່!!!) ໂດຍສະເພາະລະດູໃບໄມ້ຫຼົ່ນທີ່ເກົາຫລີນັ້ນ ບໍ່ວ່າຈະຍ່າງຫຼິ້ນ, ຖ່າຍຮູບຫຼິ້ນ, ຂີ່ລົດຖີບ ຫຼື ພຽງແຕ່ໄປນັ່ງປິກນິກໃຕ້ຕົ້ນໄມ້ ກັບຄອບຄົວກໍຟີນແບບສຸດໆແລ້ວ.

4. ຂົວແຂວນ ມາຈັງໂຮຊູ ຈຸດຊົມວິວທີ່ Hit ທີ່ສຸດໃນຕອນນີ້ ຂົວແຂວນ ມາຈັງໂຮຊູ ແລນມາກແຫ່ງໃໝ່ຂອງເມືອງພາຈູ ທີຫາກໍເປີດຕົວໄປເມື່ອເດືອນ ມີນາ 2018 ທີ່ຜ່ານມານີ້ ນອກຈາກຈະເປັນຂົວແຂວນທີ່ມີຄວາມຍາວທີ່ສຸດໃນເກົາຫລີແລ້ວ ຍັງເປັນສະຖານທີ່ທ່ອງທ່ຽວແບບທໍາມະຊາດໃນຮູບແບບ Outdo Theme Park ເຊິ່ງປະກອບໄປດ້ວຍກິດຈະກໍາຕ່າງໆ ບໍ່ວ່າຈະເປັນເສັ້ນທາງປີນຜາ, ພື້ນທີ່ແຄມປີ້ງ ກິດຈະກໍາທາງນໍ້າຕ່າງໆ.

5. ພຣະຣາດຊະວັງ ຄຽງບົກກຸງ ໃຜຢາກມີຮູບງາມໆໃສ່ຊຸດຮັນບົກທ່າມກາງໃບໄມ້ແດງ ໃນບັນຍາກາດສຸດ Classic ດັ່ງອົງຍິງໃນຣາດຊະວັງ ມາເກົາຫລີທັ້ງທີຕ້ອງມາບ່ອນນີ້ເລີຍ ພຣະຣາດຊະວັງ ຄຽງບົກກຸງ ນອກຈາກຈະເປັນສະຖານທີ່ທ່ອງທ່ຽວສໍາຄັນທາງປະຫວັດສາດ ສາມາດມາທ່ອງທ່ຽວໄດ້ຕະຫຼອດປີແລ້ວ ໄລຍະນີ້ຈະມີຄວາມງົດງາມເປັນພິເສດ ເພາະມີສີສັນຂອງບັນດາຕົ້ນໄມ້ຕ່າງໆ ມາຊ່ວຍແຕ່ງແຕ້ມໃຫ້ພຣະຣາດຊະວັງຫຼວງແຫ່ງນີ້ ມີສະເໜໜ້າທ່ຽວຊົມຫຼາຍຂຶ້ນ. ເປີດໃຫ້ເຂົ້າທ່ຽວຊົມຕັ້ງແຕ່ເວລາ 9:00-17:00 (ປິດທຸກໆວັນອັງຄານ) ຄ່າເຂົ້າ ຜູ້ໃຫຍ່ 3.000 ວອນ ເດັກນ້ອຍ (7-18 ປີ) 1.500 ວອນ ແລະ ເດັກນ້ອຍຕໍ່າຫວ່າ 6 ປີ ເຂົ້າຟຣີ.

6. ພຣະຣາດຊະວັງ ຊາງດ໋ອກກຸງ ອີກໜຶ່ງສະຖານທີ່ຖ່າຍຮູບສຸດ Hit ໃນກຸງໂຊ ທີ່ໃຜໄດ້ມາແລ້ວບໍ່ຄວນພາດ ບ່ອນນີ້ເຄີຍເປັນພຣະຣາດຊະວັງຫຼວງແຫ່ງທີສອງທີ່ໄດ້ຮັບການເບິ່ງແຍງ ແລະ ຮັກສາເປັນຢ່າງດີ ແລະ ໄດ້ຮັບຂຶ້ນທະບຽນເປັນມໍລະດົກທາງວັດທະນະທໍາຈາກ UNESCO ເມື່ອປີ ຄ.ສ 1997. ບັນຍາກາດອ້ອມຮອບມີຄວາມງົດງາມ ແລະ ຄົງຄວາມ Classic ໄວ້, ຄ້ອນຂ້າງມີຄວາມສະຫງົບ ບໍ່ວ່າຈະຖ່າຍຮູບໄປມຸມໃດກໍງາມ ແຖມໄດ້ຟີວຄືກັບເຂົ້າໄປຢູ່ໃນຮູບເງົາຍ້ອນຍຸກແນວໃດແນວນັ້ນເລີຍ ຍິ່ງຖ້າໄດ້ໃສ່ຊຸດ ຮັນບົກງາມໆ ເຂົ້າໄປຮ່ວມຖ່າຍຮູບຈະໄດ້ຄວາມປະທັບໃຈແບບເຕັມ 10, 10, 10 ໄປເລີຍ… ເປີດໃຫ້ເຂົ້າເວລາ 9:00-17:30.

7. ມະຫາວິທະຍາໄລຍິງ ອີຮວາ ປິດທ້າຍກັນທີ່ ມະຫາວິທະຍາໄລຍິງ ອີຮວາ ໜຶ່ງໃນມະຫາວິທະຍາໄລທີ່ມີຊື່ສຽງອັນດັບຕົ້ນໆຂອງເກົາຫລີ ແລະ ຍັງເປັນຈຸດຖ່າຍຮູບໃບໄມ້ປ່ຽນສີຍອດ Hit ໃນກຸງໂຊ ອີກດ້ວຍ ທັງສະຖາປັດຕະຍະກໍາອະລັງການ ອ້ອມຮອບດ້ວຍທີວທັດງາມໆ ຍິ່ງເຮັດໃຫ້ບ່ອນນີ້ເປັນສະຖານທີ່ຕ້ອງຫ້າມພາດກັນເລີຍ. ເປີດໃຫ້ເຂົ້າເວລາ 10:00-17:00.

ຂອບໃຈທີ່ມາ: MTHAI

ແບ່ງປັນ