Breaking News

ກິນເປັນຊີວິດປ່ຽນ! ມາຮູ້ຈັກກັບອາຫານທີ່ຈະຊ່ວຍຫຼຸດນໍ້າໜັກໄດ້ແທ້

ແບ່ງປັນ

ເອົາຄົນທີ່ກໍາລັງຢາກຫຼຸດນໍ້າໜັກຢ່າງຈິງຈັງ ຂວັນໃຈ ກໍເລີຍໄດ້ຮວບຮວມເອົາອາຫານເພື່ອສຸຂະພາບ ທີ່ຫາຊື້ໄດ້ຕາມຮ້ານຄ້າທົ່ວໄປມາແນະນໍາໃຫ້ ສາມາດເລືອກຊື້ກິນໄດ້ງ່າຍໆ ບໍ່ແພງ ບໍ່ຕ້ອງຢ້ານຕຸ້ຍມາຝາກ ແຖມຍັງມີລົດຊາດທີ່ແຊບອີກດ້ວຍ.

  • ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ

ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ມີປະໂຫຍດຫຼາກຫຼາຍ ເພາະມີໄຂມັນໜ້ອຍ ໂຊດ້ຽມ (Sodium)ຕໍ່າ, ໃຍອາຫານ (Fiber) ສູງ ຊ່ວຍໃຫ້ການເຄື່ອນໄຫວຂອງລະບົບທາງເດີນອາຫານເຮັດວຽກເຄື່ອນຕົວໄດ້ດີ ອີກທັງຍັງຫຼຸດຜ່ອນການຂັບຖ່າຍຍາກໄດ້ອີກດ້ວຍ ຫຼັງຈາກອອກກໍາລັງກາຍແລ້ວ ແນະນໍາໃຫ້ດື່ມນົມຖົ່ວເຫຼືອງ 1 ຈອກ ກໍຍັງຊ່ວຍສ້າງກ້າມຊີ້ນໄດ້ເປັນຢ່າງດີ

  • ເຄື່ອງດື່ມທີ່ມີໃຍອາຫານສູງ

ເຄື່ອງດື່ມທີ່ມີໃຍອາຫານສູງ ບໍ່ວ່າຈະເປັນ ເຄື່ອງດື່ມເຂົ້າບາເລ້ (Barley), ນໍ້ານົມເຂົ້າ ແມ່ນຊ່ວຍໃຫ້ສາວໆອີ່ມໄວ້ ກະຕຸ້ນການເຜົາຜານອາຫານ ຫຼຸດການເກີດໂຄເລສເຕີໂຣລ (Cholesterol)ແຕ່ແນະນໍາໃຫ້ເລືອກເຄື່ອງດື່ມທີ່ບໍ່ມີນໍ້າຕານ ເພາະໃຫ້ພະລັງງານ (Calories) ຕໍ່າ ບໍ່ດັ່ງນັ້ນກໍບໍ່ມີປະໂຫຍດທີ່ສາວໆຈະຫຼຸດນໍ້າໜັກ

  • ອາຫານປະເພດຊີຣຽວ (Cereals) + ນົມສົ້ມ

ເລືອກຊື້ນົມສົ້ມກິນຄູ່ກັບຊີຣຽວ (Cereals) ໃນຕອນເຊົ້າ ຫຼື ເວລາຢາກກິນເຂົ້າໃນຕອນກາງຄືນ ກໍຊ່ວຍສ້າງຄວາມສົມດຸນທາງໂພຊະນາການ  ບໍ່ເຮັດໃຫ້ຕຸ້ຍແລ້ວຍັງຢູ່ທ້ອງອີກດ້ວຍ

  • ໄຂ່ຕົ້ມ

ໄຂ່ອຸດົມໄປດ້ວຍໂປຣຕີນ (Protein), ວິຕາມິນ ແລະ ສານອາຫານທີ່ມີປະໂຫຍດ ເພີ່ມພູມຕ້ານທານພະຍາດຕ່າງໆໄດ້ເປັນຢ່າງດີ ການກິນໄຂ່ຕົ້ມຕອນເຊົ້າຈະຊ່ວຍກໍາຈັດຄວາມຢາກອາຫານ ອີກທັງຍັງໃຫ້ພະລັງງານສູງ.

  • ສະຫຼັດ

ຄວາມຈິງແລ້ວການກິນສະຫຼັດນັ້ນຈະຕຸ້ຍ ຫຼື ບໍ່ນັ້ນ ສ່ວນໜຶ່ງຢູ່ທີ່ນໍ້າສະຫຼັດ ແນະນໍາໃຫ້ເລືອກກິນສະຫຼັດກັບນໍ້າໃສ ຫຼື ນໍ້າມັນໝາກກອກປະສົມນໍ້າສົມສາຍຊູ ສາມາດຊ່ວຍຫຼຸດຄວາມຕຸ້ຍໄດ້ເປັນຢ່າງດີ.

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ (google)

ແບ່ງປັນ