Breaking News

ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເຄັດລັບຂອງແມ່ຍິງທີ່ປະສົບຄວາມສຳເລັດ

ແບ່ງປັນ

ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເກັ່ງຮອບດ້ານ ເອີ້ນວ່າສິ່ງໃດທີ່ຜູ້ຊາຍເຮັດໄດ້ ແມ່ຍິງຍຸກນີ້ກໍ່ເຮັດໄດ້ເຊັ່ນດຽວກັນ, ຢາກຮູ້ບໍ່ ວ່າແມ່ຍິງທີ່ປະສົບຄວາມສຳເລັດ ເຂົາມີນິດໄສປະຈຳຕົວຫຍັງແດ່? ໄປເບິ່ງພ້ອມໆກັນ!!!

  • ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສໍາເລັດ ມັກຈະເລືອກເສັ້ນທາງການເຮັດວຽກ ໂດຍຄໍານຶງເຖິງສິ່ງທີ່ພວກນາງເຮັດໄດ້ດີເປັນອັນດັບທຳອິດ ແລະຈະເຮັດໃນສິ່ງທີ່ຮັກເປັນອັນດັບຮອງ
  • ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສໍາເລັດ ບໍ່ໄດ້ຝັນທີ່ຈະເປັນພຽງແຕ່ທີ່ 1 ພະແນກ ຫຼື ໜ່ວຍງານ ແຕ່ພວກເຂົາຈະຝັນແລະຕັ້ງເປົ້າໝາຍໄວ້ສູງ ເຫັນພາບຕົນເອງ ເປັນທີ 1 ເຖິງລະດັບອົງກອນ ແລະ ລະດັບປະເທດ

  • ເບິ່ງໂລກໃນແງ່ບວກ ພວກນາງຈະຮູ້ວິທີຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ຕົນເອງຮູ້ສຶກທໍ້ຖອຍ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຂ້າງໜ້າຈະຕ້ອງດີກວ່ານີ້ສະເໝີ
  • ຄວາມທໍ້ຖອຍກັບຄວາມສຳເລັດເປັນຂອງຄູ່ກັນ ທຸກໆຄົນຕ່າງເຄີຍທໍ້ຖອຍມາ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືປະສົບຄວາມສໍາເລັດໃນຊີວິດກັນທັງນັ້ນ ສະນັ້ນ ຈົ່ງເຫັນມັນເປັນພຽງເລື່ອງທຳມະດາ ທີ່ຕ້ອງຜ່ານໄປ

  • ຮຽນຮູ້ສະເໝີ ແມ່ຍິງເຫຼົ່ານີ້ມັກຈະພັດທະນາຕົວເອງຢູ່ສະເໝີ ອີກທັງຍັງຮູ້ຈັກຊອກຫາທີ່ປຶກສາທີ່ດີ ເພື່ອຊ່ວຍເລັ່ງໃຫ້ພວກນາງພັດທະນາຕົນເອງໄດ້ໄວຂຶ້ນອີກດ້ວຍ
  • ກະຕັນຍູຮູ້ບຸນຄຸນ ພວກນາງມັກຈະໃຫ້ເຄຼດິດ ແກ່ຄົນທີ່ເຄີຍຊ່ວຍເຫຼືອພວກເຂົາສະເໝີ ພວກເຂົາຈະສໍານຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເບິ່ງເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນອ້ອມຂ້າງ ທີ່ຊຸກຍູ້ໃຫ້ພວກເຂົາມາຮອດຈຸດນີ້
  • ເຮັດວຽກໜັກຢ່າງຕໍ່ເນື່ອງ ບໍ່ມີໃຜທີ່ຈະມາເຖິງຈຸດນີ້ໄດ້ໂດຍປາສະຈາກຄວາມດຸໜັ່ນ ອາດເປັນສິ່ງທີ່ໃຜກໍເຂົ້າໃຈດີຢູ່ແລ້ວ ແຕ່ກໍບໍ່ແມ່ນທຸກຄົນຈະປະຕິບັດໄດ້ (ເວົ້າງ່າຍ…ແຕ່ລົງມືເຮັດມັນຍາກຫັ້ນນ່າ)
  • ບໍ່ເສຍເວລາໄປກັບເລື່ອງໄຮ້ສາລະ ແມ່ຍິງທີ່ເຂົາປະສົບຄວາມສໍາເລັດແລ້ວ ມັກຈະໄຈ້ແຍກອອກສະເໝີວ່າ ສິ່ງໃດມີຄຸນຄ່າ ແລະ ສິ່ງໃດທີ່ໄຮ້ສາລະ ຫຼືບໍ່ມີຄ່າພໍທີ່ຈະເສຍເວລາ

  • ເຮັດໃນສິ່ງທີ່ເຊື່ອ ຄວາມເຊື່ອໝັ້ນໃນເປົ້າໝາຍ ຄືເຊື້ອເພິງຊັ້ນດີໃນການເຮັດວຽກຢ່າງໜັກ ແລະ ການອຸທິດຕົນໃຫ້ກັບການເຮັດວຽກ
  • ມີຄວາມໝັ້ນໃຈ ຄົນທີ່ປະສົບຄວາມສໍາເລັດສ່ວນຫຼາຍ ເປັນຄົນມີຄວາມໜັ້ນໃຈໃນຕົວເອງທັງນັ້ນ
  • ເບິ່ງການໄກ ສິ່ງທີ່ມາພ້ອມກັບຄວາມທະເຍີທະຍານກໍຄື ການເບິ່່ງການໄກ ຄົນທີ່ປະສົບຄວາມສໍາເລັດແນມຫາອະນາຄົດຂ້າງໜ້າ ພວກເຂົາຈະກຽມພ້ອມກັບການປ່ຽນແປງຂອງໂລກສະເໝີ
  • ປະສົບຄວາມສຳເລັດ ແຕ່ບໍ່ເຄີຍຄິດທີ່ຈະພັກ ມັນຕ້ອງມີສິ່ງທີ່ດີ ແລະດີກວ່າເກົ່າ ແມ່ຍິງກຸ່ມນີ້ຈະບໍ່ຮູ້ຈັກຄວາມເມື່ອຍ ແຕ່ພວກນາງຈະມ່ວນຊື່ນໄປກັບການທຸ່ມເທ ແລະ ຂົນຂວາຍ ເພື່ອຄວາມກ້າວໜ້າຢູ່ສະເໝີ

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ (google)

ແບ່ງປັນ