Breaking News

9 ສິ່ງທີ່ສາມາດຂໍເພີ່ມໄດ້ ເທິງຍົນ… (ຄວາມລັບທີ່ແອໂຮສເຕດບໍ່ເຄີຍບອກ)

ແບ່ງປັນ

ເຊື່ອວ່ານັກເດີນທາງຫຼາຍຄົນອາດຈະຍັງບໍ່ຮູ້ບາງຢ່າງເທິງຍົນ ວ່າເຮົາສາມາດຂໍຫຍັງໄດ້ແດ່ ໂດຍສະເພາະເຄື່ອງໃຊ້ບາງຢ່າງ ຫຼື ຂໍເພີ່ມບາງຢ່າງ ເພາະແອໂຮສເຕດບໍ່ເຄີຍບອກ ແລະ ເຮົາເອງກໍບໍ່ໄດ້ສົນໃຈຖາມນໍາ ມີແຕ່ກະກຽມໄປເອງ!! ແຕ່ສາວໆຮູ້ບໍ່ວ່າ 9 ສິ່ງ ຕໍ່ໄປນີ້ ພຽງແຕ່ສາວໆເອີ່ຍຢາກຂໍກໍຈະໄດ້ສິດນັ້ນທັນທີ… ແຕ່ແນວໃດກໍຕາມ ສິດຜົນປະໂຫຍດຕ່າງໆເຫຼົ່ານີ້ ກໍຂຶ້ນກັບຫຼາຍປັດໃຈປະກອບດ້ວຍ ທັງສາຍການບິນ, ລະດັບຂອງສາຍການບິນ (Low cost ຫຼື Full Service) ແລະ ຊັ້ນໂດຍສານ ແລະ ນີ້ຄື 9 ຄວາມລັບນັ້ນ…

1. ຂໍຢາສາມັນ ຫຼື ອຸປະກອນລ້າງບາດ: ຖ້າມີອາການເຈັບຫົວ, ເຈັບທ້ອງ, ເມົາຍົນ ຫຼື ອາການອື່ນໆ ທີ່ບໍ່ຮຸນແຮງຈົນເກີນໄປ ທ່ານສາມາດຂໍຢາກັບພະນັກງານຕ້ອນຮັບເທິງຍົນໄດ້ ແລະ ຖ້າຜູ້ໂດຍສານເກີດອຸບັດເຫດເລັກໜ້ອຍ ພະນັກງານທຸກຄົນກໍພ້ອມທີ່ຈະປະຖົມພະຍາບານເບື້ອງຕົ້ນ ມີທັງພາສເຕີ່ຕິດບາດ ແນວຕິດບາດ ສະນັ້ນ, ຢ່າຢ້ານທີ່ຈະເອີ່ຍປາກຂໍ

2. ຂໍອາຫານເພີ່ມ: ຕາມປົກກະຕິຖ້າເດີນທາງໄກ ສາຍການບິນຈະຈັດກຽມອາຫານໃຫ້ຢູ່ແລ້ວ ແຕ່ໃນກໍລະນີທີ່ເຮົາບໍ່ອີ່ມ ໝັ້ນໃຈໄດ້ເລີຍວ່າເຮົາສາມາດຂໍເພີ່ມໄດ້ ຖ້າທ່ຽວບິນນັ້ນມີຜູ້ໂດຍສານບໍ່ເອົາອາຫານ ແລະ ບາງສາຍການບິນ ເຊິ່ງສ່ວນຫຼາຍຈະເປັນ Full Service ເຮົາສາມາດຂໍຂະໜົມຖົງ, ແປັບຊີ່, ກາເຟ, ຊ໊ອກໂກແລັດຮ້ອນ ຫຼື ນໍ້າໝາກໄມ້ໄດ້ເຊັ່ນກັນ

3. ຂໍປ່ຽນບ່ອນນັ່ງ: ສາມາດໄປນັ່ງນໍາໝູ່, ຄອບຄົວ ຫຼື ຄູ່ຮັກຂອງເຈົ້າໄດ້ ຖ້າບ່ອນນັ່ງບ່ອນນັ້ນວ່າງ ແລະ ສາມາດຂໍສະລັບບ່ອນນັ່ງກັບຜູ້ໂດຍສານຄົນອື່ນ ໂດຍໃຫ້ພະນັກງານຊ່ວຍປະສານງານໃຫ້

4. ຂໍແພດ: ຖ້າມີອາການເຈັບປ່ວຍຮຸນແຮງ ຫຼື ເກີດເຫດສຸກເສີນແບບບໍ່ຄາດຄິດ ລະຫວ່າງການເດີນທາງ ເຮົາສາມາດຂໍຄວາມຊ່ວຍເຫຼືອຈາກຜູ້ໂດຍສານທີ່ເປັນແພດໄດ້ ເຊິ່ງບາງເທື່ອແອກໍເປັນຄົນປະກາດໃຫ້

5. ຂໍແພເຊັດຂ້າເຊື້ອພະຍາດ: ເບາະນັ່່ງ, ບ່ອນວາງແຂນ, ຖາດອາຫານ ແລະ ທຸກໆສ່ວນບໍລິເວນບ່ອນນັ່ງຂອງເຮົາທີ່ຕ້ອງສໍາພັດ ຖ້າເຫັນວ່າເປື້ອນເປິ ເຮົາສາມາດຂໍແພເຊັດທໍາຄວາມສະອາດໄດ້

6. ຂໍຕຶ່ມນໍ້າດຶ່ມໃສ່ຂວດເກົ່າ: ນີ້ກໍເປັນອີກສິ່ງໜຶ່ງທີ່ເຈົ້າສາມາດຂໍໄດ້ຟີເທິງຍົນ ຖ້າເຈົ້າມີຂວດນໍ້າເປົ່າຢູ່ ແລະ ຢາກຕຶ່ມນໍ້າພະນັກງານກໍຍິນດີໃຫ້ບໍລິການ ທັ້ງນີ້ກໍຂຶ້ນຢູ່ກັບສາຍການບິນອີກດ້ວຍ.

7. ຂໍເຄື່ອງໃຊ້ທີ່ຈໍາເປັນ: ແນວອັດຫູ, ຜ້າປິດຕາ, ຢາຖູແຂ້ວ, ແປງຖູແຂ້ວ, ສະລິບເປີ່, ຖົງຕີນ ສິ່ງທີ່ອໍານວຍຄວາມສະດວກສໍາລັບເດັກນ້ອຍເຊັ່ນ: ປື້ມລະບາຍສີ, ໜັງສືສະຕິກເກີ່ ທັງໝົດນີ້ເຮົາສາມາດຂໍໄດ້ (ໃນບາງສາຍການບິນ)

8. ຂໍເຄື່ອງດຶ່ມ: ສາຍການບິນ Full Service ເກືອບທຸກສາຍ ມີວາຍເສີບໃຫ້ເຈົ້າຟີໆ ບໍ່ວ່າເຈົ້າຈະນັ່ງຢູ່ຊັ້ນປະຢັດ ຫຼື First Class ບິນໄປໃນປະເທດ ຫຼື ຕ່າງປະເທດກໍຕາມ ພຽງແຕ່ເຈົ້າຕ້ອງຂໍນັ້ນເອງ

9. ຂໍເຄັກວັນເກີດ: ປັດຈຸບັນສາຍການບິນແອອາມິເຣດແລະ ສິງກະໂປແອລາຍ ມີບໍລະການໃຫ້ເຈົ້າສາມາດສັ່ງເຄັກເນື່ອງໃນວັນພິເສດຕ່າງໆໄດ້ອີກ ບໍ່ວ່າຈະເປັນວັນເກີດ, ວັນຄົບຮອບ ສະແດງຄວາມຍິນດີ ແລະ ອື່ນໆ ແຕ່ຕ້ອງແຈ້ງໃຫ້ທາງສາຍການບິນຮູ້ກ່ອນ 24 ຊົ່ວໂມງ.

ທີ່ມາ: MTHAI

ແບ່ງປັນ