Breaking News

ປະຕິບັດການພິເສດ! ຊ່ວຍເຫຼືອປະຊາຊົນເຂດບ້ານໜອງດາ ທີ່ປະສົບອຸທົກກະໄພ!!!

ແບ່ງປັນ

ໃນວັນທີ 20 ສິງຫາ 2018 ທີ່ຜ່ານມາ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ 1623 ໄດ້ລາຍງານໃຫ້ຮູ້ວ່າ ໄດ້ປະຕິບັດການພິເສດລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ເຂດບ້ານໜອງດາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊີ່ງແບ່ງອອກເປັນ 2 ທີມເພື່ອໃຫ້ຊ່ວຍປະຊາຊົນໄດ້ວ່ອງໃວຂື້ນ.

ເຊີ່ງການເຂົ້າຊ່ວຍເຫຼືອຄັ້ງນີ້ສາມາດຊ່ວຍຜູ້ທີ່ໄດ້ຮັບຜົນກະທົບໄດ້ 10 ຄອບຄົວ ຊ່ວຍປະຊາຊົນອອກຈາກພື້ນທີ່ເກີດເຫດ ແລະ ນອກຈາກນັ້ນຍັງສາມາດຊ່ວຍແມ່ຍິງທ້ອງແກ່ທີ່ກຳລັງຈະເກີດລູກໄດ້ 1ຄົນ ແລະ ນຳສົ່ງໂຮງໝໍເມືອງສີໂຄດ.

 

(ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແລະ ເຈົ້າໜ້າທີ່ທຸກໆຄົນ ເຮົາຈະຜ່ານອຸທົກກະໄພເທື່ອນີ້ໄປນຳກັນ)

ທີ່ມາ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

ແບ່ງປັນ