ວ້າວໆໆ…ງາມຫຼາຍ! ກັບບັນດານາງສາວຜູ້ເຂົ້າປະກວດ ມິສເວີຣລາວ 2018 (Miss World Laos) ທີ່ໄດ້ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ໃນວັນທີ 6 ກັນຍາ 2018.
ເຊິ່ງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ອະນຸລັກຄວາມເປັນລາວຂອງບັນດາຜູ້ເຂົ້າປະກວດ Miss World Laos 2018 ແລະ ບັນດານາງສາວງາມຜູ້ເຂົ້າປະກວດທັງໝົດຍັງໄດ້ຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ຢູ່ທີ່ ພິພິຕະພັນຜ້າໄໝບູຮານ ຫ້ວຍຫົງ ແລະ ຍັງໄດ້ນຸ່ງຜະລິດຕະພັນຜ້າໄໝລາວຢ່າງງົດງາມ ອ່ອນຊ້ອຍອີກດ້ວຍ.
ເບິ່ງແລ້ວງົດງາມ ແຖມອ່ອນຊ້ອຍ #ແບບນີ້ຕ້ອງແຊຣໄປໃຫ້ໂລກຮູ້ນີ້ແຫຼະແມ່ຍິງລາວ
ຂໍຂອບໃຈຮູບພາບ: Miss World Laos ມີສເວີຣ ລາວ