Breaking News

ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພໂດຍໄວ!!!

ແບ່ງປັນ

“ນາຍົກ ຊີ້ນຳໃຫ້ແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພ”

ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນໍ້າຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ. ນອກຈາກນີ້, ຍັງແນະນຳໃຫ້ເຂື່ອນນ້ຳງື່ມ 1 ບໍລິຫານຈັດການນ້ຳໃຫ້ດີໆ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນລຸ່ມເຂື່ອນ, ຂະນະທີ່ລະດັບນ້ຳງື່ມໄດ້ຫຼຸດລົງເລື້ອຍໆ ຫຼັງຈາກທີ່ເຂື່ອນນ້ຳງື່ມ 1 ຫຼຸດການປ່ອຍນ້ຳຈາກ 4,5 ແມັດ ໃນວັນທີ 4 ກັນຍາ ມາເປັນ 3,5 ແມັດ ໃນວັນທີ 6 ກັນຍາ.

ເມື່ອວັນທີ 6 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ, ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ໄດ້ລາຍງາຍວ່າ: ຫຼັງຈາກທີ່ເຂື່ອນນ້ຳງື່ມໄດ້ເປີດປະຕູນ້ຳລົ້ນ ເຮັດໃຫ້ນ້ຳງື່ມໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຕັ້ງແຕ່ວັນທີ 18 ສິງຫາເປັນຕົ້ນມາ, ມາຮອດວັນທີ 5 ກັນຍາ ນ້ຳງື່ມໄດ້ຍື່ງຂຶ້ນຖ້ວມບ້ານເຮືອນປະຊາຊົນ ຈຳນວນ 16 ບ້ານ ປະກອບມີ: ບ້ານຫາດສວນ, ຕານປ່ຽວ, ບ້ານຈຸ້ມ, ບ້ານສຸກສາລາ, ບ້ານແຈ້ງ, ລິ່ງຊັນ, ຫາດສ້ຽວ, ໂພນແພງ, ບຸ່ງພ້າວ, ຫາດໄຊ, ນາຄອງ, ຖິ່ນຄຳ, ໂພນແຮ່, ບ້ານເກິນໃຕ້ – ກາງ ແລະ ບ້ານເກິນເໜືອ.

ທ່ານກ່າວອີກວ່າ: ເຫດການນ້ຳຖ້ວມຄັ້ງນີ້ສົ່ງຜົນໃຫ້ເນື້ອທີ່ນາປີເສຍຫາຍ ຈຳນວນ 1.750 ເຮັກຕາ, ສວນສາລີແຂງ 350 ເຮັກຕາ, ສວນຫຍ້າເພື່ອເປັນອາຫານສັດເສຍຫາຍ 268 ເຮັກຕາ, ສາລີຫວານ 152 ເຮັກຕາ. ນອກຈາກນີ້, ຍັງມີສວນກ້ວຍ ແລະ ສວນປູກພືດຜັກອື່ນໆຕື່ມອີກ.

ທີ່ມາ: Support Prime Minister Thongloun Sisoulith , ໜັງສືພິມເສດຖະກິດ-ການຄ້າ

ແບ່ງປັນ