Breaking News

ການນຳລັດຖະບານ ຕິດຕາມ ສະພາບນ້ຳຖ້ວມ ພ້ອມມອບເງິນຊ່ວຍເຫຼືອຜູ້ປະສົບໄພ

ແບ່ງປັນ

ຄະນະການນຳລັດຖະບານ ເຊິ່ງນຳໂດຍ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ການນຳຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ໄດ້ລົງຕິດຕາມ ສະພາບນ້ຳຖ້ວມ ຕາມລ່ອງນ້ຳງື່ມ ໃນວັນທີ 8 ກັນຍາ 2018.


ຫລັງຈາກນັ້ນຄະນະທີມງານ ໄດ້ຮັບຟັງລາຍງານຈາກ ຄະນະຮັບຜິດຊອບສະກັດກັ້ນ ແລະ ຕ້ານໄພພິບັດ ຢູ່ຫ້ອງວ່າການປົກຄອງເມືອງທຸລະຄົມ ກ່ຽວກັບ ສະພາບນ້ຳຖ້ວມ ໃນຂົງເຂດດັ່ງກ່າວ. ໃນໂອກາດດັ່ງກ່າວນີ້ ກໍ່ໄດ້ມອບເງິນຈຳນວນ 200.000.000 (ສອງຮ້ອຍລ້ານກີບ) ໃຫ້ແກ່ສູນສະກັດກັ້ນ ແລະ ຕ້ານໄພນ້ຳຖ້ວມ ເພື່ອເອົາໄປນຳໃຊ້ໃນວຽກງານ ຊ່ວຍເຫຼືອຜູ້ປະສົບໄພ


ພາຍຫລັງຕິດຕາມ ສະພາບນ້ຳຖ້ວມ ຈາກລຳນ້ຳງື່ມ ຕອນລຸ່ມແລ້ວ, ຄະນະ ໄດ້ເດີນທາງໄປເຂື່ອນໄຟຟ້າ ນ້ຳງື່ມ-1 ເພື່ອຕິດຕາມ ສະພາບຂອງການປ່ອຍນ້ຳ ແລະ ຮັບຟັງການລາຍງານ ການບໍລິຫານນ້ຳຈາກຜູ້ອຳນວຍການເຂື່ອນນ້ຳງື່ມ -1.

ທີ່ມາ: Support Prime Minister Thongloun Sisoulith

ແບ່ງປັນ