Breaking News

ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ

ແບ່ງປັນ

“ວ່າດ້ວຍການທຳມິດສະຈານ”

ໄລຍະນີ້ຖືໄດ້ວ່າ ກະແສຂ່າວກ່ຽວກັບການຫຼິ້ນແສ້ພານສາວ ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ ເຊິ່ງຫຼາຍໆຄົນກໍຄົງຢາກຮູ້ວ່າ ພຶດຕິກຳແບບນີ້ ທີ່ສັບກົດໝາຍເພິ່ນເອີ້ນວ່າ “ການທຳມິດສະຈານ” ນັ້ນ ບ້ານເຮົາມີມາດຕະການລົງໂທດແນວໃດກັນແທ້ ມາເບິ່ງພ້ອມໆກັນເລີຍ:

ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ ໄດ້ກ່າວໄວ້ວ່າ “ບຸຸກຄົນຜູ້ໃດທີ່ມີເມຍ ຫຼື ຜົວ ຫາກໄດ້ເສບສົມກັບຜູອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 500.000 ກີບ – 5.000.000 ກີບ.”

ຄູ່ທຳມິດສະຈານກໍຈະຖືກລົງໂທດໃນສະຖານດຽວກັນ.   

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ