Breaking News

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ລົງພື້ນທີ່ມອບເງິນຫຼາຍແສນບາດ ຊ່ວຍເຫຼືອຊາວ ມ.ສະໜາມໄຊ ແຂວງ ອັດຕະປື!!! 

ແບ່ງປັນ

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ກ່ອນໜ້ານີ້ ຂວັນໃຈ ມີການສະເໜີຂ່າວໄປແລ້ວວ່າ  ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື.

ມາຮອດຕົ້ນເດືອນ ກັນຍາ 2018 ທີ່ຜ່ານມາ ຈະຕຸລົງ ແລະ ໄມ້ ນົນທະພັນ ນັກສະແດງຊື່ດັງ ພ້ອມດ້ວຍທີມງາມ ກໍ່ໄດ້ລວບລວມຍອດເງິນບໍລິຈາກທີ່ໄດ້ຈາກການແລ່ນລະດົມທຶນ ທັງໝົດຢູ່ທີ່ 405,000 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງິນປະມານ  100 ກວ່າລ້ານກີບ ລົງພື້ນທີ່ໄປມອບໃຫ້ພໍ່ແມ່ພີ່ນ້ອງຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື ເປັນຈຳນວນ 800 ຄອບຄົວ ຕົກເປັນຄອບຄົວລະ 500 ບາດ ຫຼື ປະມານຄອບຄົວລະ 1ແສນກວ່າກີບ.

(ເບິ່ງຄລິບ)

สำเร๊จลุล่วงล่วงไปได้ด้วยดี ขอบคุณทุกคนอีกทีนะที่ช่วยกัน

Posted by ครัวลุงรงค์ โพธาราม BY จตุรงค์ฟาร์ม on Saturday, September 1, 2018

 

ເຫັນຄວາມຊ່ວຍເຫຼືອທີ່ຫຼັ່ງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຮູບພາບ: FB/ครัวลุงรงค์ โพธาราม BY จตุรงค์ฟาร์ม

ແບ່ງປັນ