Breaking News

8 ເກາະທີ່ໜ້າທ່ຽວທີ່ສຸດ ຈາກທົ່ວທຸກມຸມໂລກ…

ແບ່ງປັນ

ສະບາຍດີສາວໆສາຍທ່ຽວທັງຫຼາຍ… ໃຜທີ່ກໍາລັງຊອກຫາບ່ອນຊາດແບັດເຕີຣີ່ໃຫ້ກັບຕົວເອງຢູ່ແດ່, ເອົາຮ່າງກາຍໄປໂອບອຸ້ມກັບທະເລສີຟ້າໄສ, ປີ່ນປ່າຍພູເຂົາ ແລະ ຖືກກອດດ້ວຍທໍາມະຊາດ ຫາດຊາຍຂາວ ມື້ນີ້ ຂວັນໃຈ ມີສະຖານທີ່ທ່ອງທ່ຽວຈາກທົ່ວທຸກມຸມໂລກ ທີ່ເອີ້ນໄດ້ວ່າເປັນທີ່ສຸດຂອງຄວາມງາມແບບຄົບສຸດ ມາຕ້ອນສາວໆ ໃຫ້ຕ້ອງຮ້ອງ ວ້າວວວວ… ແລ້ວເວົ້າວ່າ ຄັ້ງໜຶ່ງໃນຊີວິດຈະຕ້ອງໄປໃຫ້ໄດ້!!! ໄປເບິ່ງເລີຍ…

1. Reunion Island ເກາະເຣຢູ່ນຽນ ເປັນໜຶ່ງໃນໝູ່ເກາະປະເທດອານານິຄົມ ຂອງປະເທດຝຣັ່ງ ຢູ່ທາງຕອນໃຕ້ຂອງມະຫາສະໝຸດອິນເດຍ ເກາະນີ້ຍັງຄົງຄວາມເປັນທໍາມະຊາດຢູ່ຫຼາຍ ທັງພູຜາ, ນໍ້າຕົກຕາດ ແລະ ພູເຂົາໄຟ ທີ່ຍັງຄົງເດືອດຢູ່ ລວມເຖິງເສັ້ນທາງເດີນປ່າອັນທ້າທາຍຢູ່ທີ່ La Roche Ecrite ເມືອງແຊງ-ເດີນີ ທີ່ສາວໆຈະໄດ້ຊື່ນຊົມວິວ-ທິວທັດໄປຕະຫຼອດເສັ້ນທາງ.

2. Micronesia ເກາະສະວາດ ຫາດສະຫວັນ ຂຸມຊັບແຫ່ງຄວາມງາມທາງດ້ານທໍາມະຊາດ ຢູ່ໃຈກາງມະຫາສະໝຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ຂອງຮາວາຍ ເບິ່ງຈາກສະຖານທີ່ແລ້ວ ກິດຈະກໍາທີ່ໜ້າສົນໃຈຄົງຈະໜີບໍ່ພົ້ນ ດໍານໍ້າຊົມປະກາລັງ, ລອຍນໍ້າ, ອາບແດດ… ຖ້າໃຜເກີດຫຼົງສະເໜ່ເກາະນີ້ເຂົ້າໄປແລ້ວ ກໍສາມານອນຄ້າງຄືນໄດ້ ເພາະເທິງເກາະມີບ້ານພັກໃຫ້ນອນຄ້າງຄືນຢູ່.

3. The Azores, Portugal ໝູ່ເກາະ 9 ເກາະ ກາງມະຫາສະໝຸດອັດລັງຕິກ ແຄມຝັ່ງຂອງປະເທດ ໂປຕູເກດ ໃນນັ້ນສາວໆຈະໄດ້ຊົມຝູງປາວານ ແລະ ປາໂລມາຫຼາຍກວ່າ 24 ສາຍພັນ, ຊົມປາ ແລະ ສັດນໍ້ານາໆພັນທີ່ບາງສະນິດອາໄສຢູ່ພຽງບ່ອນນີ້ເທົ່ານັ້ນ. ຊີມວາຍພື້ນບ້ານລົດດີ, ຂັດຜິວ ແລະ ຜ່ອນຄາຍໃຈໃນບໍ່ໂຄນເດືອດກາງແຈ້ງ ຕາມຮອຍນັກຜະຈົນໄພຍ່າງເຂົ້າປ່າ ແລະ ພູຜາ ຊົມພູເຂົາໄຟໃນເຂດປ່າທຶບ

4. Faroe Island ໝູ່ເກາະ ແຟໂຣ ເປັນປະເທດໃນກຸ່ມເກາະຈໍານວນ 18 ເກາະ ເປັນເຂດການປົກຄອງຕົນເອງຂອງ ເດັນມາກ ຕິດອັນດັບສະຖານທີ່ທ່ອງທ່ຽວທີ່ມີທິວທັດທໍາມະຊາດງົດງາມ ຫາກເບິ່ງພາບລວມກໍຈະພົບວ່າ ໃນແຕ່ລະເກາະມີພູຜາ, ໜ້າຜາສູງຊັນດິ່ງລົງສູ່ທະເລ ແລະ ອ່ຽງໄປຕາມພູ, ປະຊາຊົນໃນເຂດນີ້ກໍມັກສ້າງເຮືືອນ-ບ່ອນພັກອາໄສຢູ່ແຄມນໍ້າ ມີອາຊີບຫຼັກເປັນປະມົງ ແລະ ຕາມທົ່ງຫຍ້າກໍເປັນບ່ອນລ້ຽງສັດທີ່ລືຊື່ ນັ້ນກໍຄືການລ້ຽງແກະນັ້ນເອງ.

5. Curacao, Netherland ເກາະກຶຣາເຊົາ ປະເທດອິດສະຫຼະທາງຕອນໃຕ້ຂອງທະເລ ແຄຣິບບຽນ ໜຶ່ງໃນດິນແດນເນເທີແລນແອນທິລລີສ ທີ່ໂດດເດັ່ນດ້ວຍອາຄານບ້ານເຮືອນ Style ໂຮນລັງ ທີ່ຖືກແຕ້ມດ້ວຍສີສັນ Color full ຕັ້ງລຽງລາຍຂະໜານກັນໄປຕາມລຽບແມ່ນໍ້າ ໂດຍສະເພາະເຂດ Pietermaai ເປັນເຂດທີ່ມີຊີວິດຊີວາຫຼາຍທີ່ສຸດ ເພາະເຕັມໄປດ້ວຍພັບ, ບາ ແລະ ຮ້ານອາຫານຫຼວງຫຼາຍ.

6. Kauai, Hawaii ເກາະ ຄາວາຍ ແຫ່ງຮາວາຍ ໜຶ່ງໃນສະຖານທີ່ງົດງາມທີ່ສຸດໃນໂລກ ປຽບໄດ້ກັບສວນອີເດນໃນຕໍານານ ງົດງາມດ້ວຍຜາຂອບມືດ, ຊ່ອງແຄບຕາມຜາ ແລະ ທິວທັດສຸດຕື່ນຕາ ເປັນເກາະທີ່ໃຫຍ່ອັນດັບ 4 ຂອງໝູ່ເກາະຮາວາຍ

7. Lord Howe Island, Australia ເກາະລອດໂຮ ປະເທດອົດສະຕາລີ ກາງທະເລເທສມັນ (Tasman Sea) ມີຄວາມງົດງາມຫຼາຍທີ່ສຸດໃນບັນດາໝູ່ເກາະ ປາຊີຟິກ ກັບຄວາມອຸດົມສົມບູນທາງທໍາມະຊາດ ເກາະແຫ່ງນີ້ຈຶ່ງໄດ້ຮັບສາຍາວ່າເປັນ ສະຫວັນແຫ່ງສຸດທ້າຍ ຈົນມາຮອດປີ 1982 UNESCO ໄດ້ຍົກໃຫ້ເປັນມໍລະດົກໂລກ.

8. Lake Titicaca Floating Islands ທະເລສາບຕີຕິກກາ (Titicaca Lake) ເປັນທະເລສາບນໍ້າຈືດທີ່ໃຫຍ່ທີ່ສຸດໃນທະວີບອາເມຣິກາໃຕ້ ຕັ້ງຢູ່ສາຍພູແອນດິສ ລະຫວ່າງພົມແດນຂອງປະເທດບູລິເວຍ (ແຄ້ວນລາປາຊ) ແລະ ເປຣູ (ແຄ້ວນປູໂນ) ມີເກາະນ້ອຍເກາະໃຫຍ່ກະຈາຍຢູ່ທົ່ວໄປຫຼາຍກວ່າ 80 ເກາະ ແຕ່ທີ່ພາດບໍ່ໄດ້ເລີຍກໍຄື Floating Island ເກາະລອຍໄດ້ ທີ່ມະນຸດສ້າງຂຶ້ນ ໂດຍນໍາຕົ້ນ ໂທໂທຣາ (Totora) ທີ່ມີຢູ່ຈໍານວນຫຼາຍໃນທະເລສາບມາຖົມໄວ້ເປັນຊັ້ນໆ ແລ້ວເອົາເຊືອກຜູກໄວ້, ແຕ່ຈະຕັ້ງຢູ່ໄດ້ປະມານ 20-25 ປີ ກໍຕ້ອງຖົມໃໝ່. ນອກຈາກນີ້ທັງເຮືອນ, ເຟີນີເຈີ່, ເຄື່ອງໃຊ້ສອຍ, ເຮືອ ກໍລ້ວນແຕ່ເຮັດມາຈາກຕົ້ນນີ້ທັງໝົດ ຖືວ່າເປັນພືດສາລະພັດປະໂຫຍດອີ່ຫຼີ.

ຂອບໃຈທີ່ມາ: MTHAI

ແບ່ງປັນ