Breaking News

ຊົມເຊີຍ! ໃບປະກາດແດງຄົນທຳອິດ ຂອງສາຂາວິຊາກົດໝາຍອາຍາ (ເກັ່ງຫຼາຍໆ! ຂໍສະແດງຄວາມຍິນດີ)

ແບ່ງປັນ

ມີຂ່າວເປັນທີ່ໜ້າຍິນດີ ແລະ ໜ້າຊື່ນຊົມ ມາຝາກພໍ່ແມ່ພີ່ນ້ອງໃຫ້ໄດ້ຕົບມື ສະແດງຄວາມຍິນດີກັບວົງການ ການສຶກສາລາວ ຫຼ້າສຸດ ທ້າວ ສອນທະລີ ວິໄລສັກ ນັກສຶກສາຄົນທຳອິດທີ່ໄດ້ ໃບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ຂອງສາຂາວິຊາກົດໝາຍອາຍາ. (ເກັ່ງຫຼາຍ! ຂໍສະແດງຄວາມຍິນດີ)

ສຳລັບ ສອນທະລີ ວິໄລສັກ ມີຖານຖິ່ນກຳເນີດທີ່ ບ້ານຫາດຮ່ຽນ ນະຄອນຫລວງພະບາງ, ໜຸ່ມຄົນນີ້ເຄີຍເປັນອະດີດນັກຮຽນເກັ່ງລະດັບຊາດ ອັນດັບທີ 3 ວິຊາ ພາສາລາວ-ວັນນະຄະດີ, ໃບປະກາສະນີຍະບັດແດງ ມ 7, ກຽດນິຍົມ ອັນດັບ 2 ຈາກວິທະຍາໄລລາວນາໆຊາດ ແລະ ລ່າສຸດ ກໍສາມາດຄວ້າກຽດນິຍົມເປັນຄົນທຳອິດຂອງສາຂາວິຊາກົດໝາຍອາຍາ, ຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດມາໄດ້ແບບສົດໆຮ້ອນໆ.

ບອກໄດ້ເລີຍວ່າຄວາມສາມາດຂອງບ່າວຄົນນີ້ບໍ່ທຳມະດາອີ່ຫລີ ເພາະເປັນນັກຮຽນເກັ່ງຕັ້ງແຕ່ນ້ອຍຈົນມາຮອດປັດຈຸບັນ ສາມາດຮັກສາມາດຕະຖານຄວາມເກັ່ງໄດ້ຢ່າງຄົງເສັ້ນຄົງວາ ເຖິງແມ່ນວ່າຈະເຮັດວຽກ ແລະ ຮຽນໄປພ້ອມໆກັນກໍຕາມ.

ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້. ຖືວ່າເປັນຕົວແບບທີ່ດີໃຫ້ກັບນ້ອງໆຫລາຍໆຄົນເພື່ອຮຳຮຽນເອົາເປັນແບບຢ່າງ.

ທີ່ມາ: GooD Students in LPB ນັກຮຽນເກັ່ງ ແຂວງຫຼວງພະບາງ

ແບ່ງປັນ