Breaking News

ເພີ່ມສະເໜ່ແບບງ່າຍໆ! ທີ່ແມ່ຍິງນໍາກັນເອງຍັງຕ້ອງ “ຍອມໃຈ” ບໍ່ຂໍສູ້!!!

ແບ່ງປັນ

ສະເໜ່ທີ່ສາວໆນຳກັນຍັງຕ້ອງຂໍຍອມຈໍານົນ ພວກນາງເປັນຄົນແບບໃດ ຈຶ່ງມີສະເໜ່ໄດ້ຂະໜາດນັ້ນ!!!

ສາວໆເຄີຍເປັນບໍ່ ເວລາທີ່ພົບກັບໃຜຈັກຄົນໜຶ່ງທີ່ຍັງບໍ່ທັນຮູ້ຈັກ ຫຼືຍັງບໍ່ທັນໄດ້ໂອ້ລົມນໍາດົນ ກໍຮູ້ສຶກວ່າ ເປັນຫຍັງຄົນນີ້ຈຶ່ງໜ້າຮັກ, ຢາກຢູ່ໃກ້, ໜ້າຫຼົງໄຫຼໄດ້ຂະໜາດນີ້ ປານມີເວດມົນສະກົດແບບໃດແບບນັ້ນເລີຍ! ນີ້ບໍ່ໄດ້ໝາຍເຖິງຜູ້ຊາຍເດີ້ ແຕ່ເປັນແມ່ຍິງນຳກັນນີ້ແຫຼະ ນັ້ນກໍເປັນຍ້ອນວ່າ ເຮົາກໍາລັງຫຼົງສະເໜ່ ຂອງແມ່ຍິງຄົນນັ້ນເຂົ້າໄປແລ້ວ! ແລ້ວແມ່ຍິງແບບໃດທີ່ເຮັດໃຫ້ແມ່ຍິງດ້ວຍກັນຕ້ອງຍົກທຸງຂາວໃຫ້ຕັ້ງແຕ່ເຫັນຄັ້ງທໍາອິດ ເພາະຫຼົງສະເໜ່ຂອງນາງ ມື້ນີ້ ເຮົາກໍໄດ້ຮວບຮວມເອົາມາຕ້ອນແຟນໆກັນແລ້ວ ໄປເບິ່ງກັນດຸວ່າມີຫຍັງແດ່! ໄປກັນເລີຍ!!!

  1. ເປັນແມ່ຍິງທີ່ອາລົມດີ ຂີ້ດື້: ຂໍ້ນີ້ຄົງເປັນນິໄສພື້ນຖານ ທີ່ຫຼາຍໆຄົນກໍຄົງຮູ້ຢູ່ແລ້ວວ່າສາວໆທີ່ມີສະເໜ່ນັ້ນ ມັກເປັນຄົນອາລົມດີ ມ່ວນຊື່ນ ຂີ້ດື້ ຫົວງ່າຍ ຍິ້ມງ່າຍ ແລະ ເປັນກັນເອງ ເອີ້ນວ່າ ເປັນປະເພດທີ່ໃຜເຫັນແລ້ວ ຕ້ອງຢາກຈະເຂົ້າໄປຢູ່ໃກ້ໆ ຄືກັບມີພະລັງງານດຶງດູດບາງຢ່າງກັນເລີຍ
  2. ຮູ້ຈັກວາງຕົວ ແລະ ມີກາລະເທສະ: ສາວໆບາງຄົນຮູ້ວ່າຄວາມງາມຢ່າງດຽວບໍ່ພໍ ເພາະພວກນາງຮູ້ວ່າສິ່ງທີ່ສໍາຄັນຫຼາຍກວ່າຄວາມງາມກໍຄື ຕ້ອງຮູ້ຈັກວາງຕົວໃຫ້ດີ ຮູ້ວ່າຕອນໃດຄວນເຮັດຫຍັງ ແລະ ຕອນໃດຄວນຢຸດນິ່ງ ຈຶ່ງຈະເປັນແມ່ຍິງທີ່ແພງໄດ້ເດີ້
  3. ແຕ່ງຕົວມີ Style: ພວກນາງເປັນຄົນທີ່ຮູ້ຈັກເລືອກ ແລະ ຮູ້ວ່າແມ່ນຫຍັງທີ່ເໝາະກັບຮູບຮ່າງຂອງຕົວເອງ ນອກຈາກນີ້ການແຕ່ງຕົວຂອງສາວໆພວກນີ້ຈະບໍ່ທໍາມະດາ ເພາະພວກນາງເຊື່ອຢູ່ສະເໝີວ່າ ການແຕ່ງຕົວບົ່ງບອກເຖິງບຸກຄະລິກຂອງຄົນນັ້ນໆໄດ້ ດັ່ງນັ້ນ ສາວໆພວກນີ້ຈຶ່ງບໍ່ຍອມພາດເດັດຂາດ ພວກນາງຈະຕັ້ງໃຫ້ຕົວເອງເປະສຸດໆ ແບບວ່າຖ້າບໍ່ເລີດ ຂ້ອຍບໍ່ອອກເຮືອນແນ່ນອນ
  4. ເປັນສາວຮັກສຸຂະພາບ: ສາວໆພວກນີ້ຈະເປັນຄົນທີ່ຮັກສຸຂະພາບແບບສຸດໆເລີຍ ເພາະພວກນາງຮູ້ວ່າສຸຂະພາບ ເປັນສິ່ງສໍາຄັນຫຼາຍໃນການໃຊ້ຊີວິດ ສາວໆເຫຼົ່ານີ້ຈຶ່ງເປັນພວກທີ່ມັກອອກກໍາລັງກາຍສຸດໆ ເຮັດໃຫ້ມີຮູບຮ່າງທີ່ດີ ແລະ ໜ້າຫຼົງໄຫຼຫຼາຍ ຍິ່ງຖ້າຄົນໃດສຸຂະພາບດີ ມີກ້າມທ້ອງແລ້ວ ຍິ່ງປະຕິເສດບໍ່ໄດ້ເລີຍວ່ານາງເປັນຄົນທີ່ມີສະເໜ່ສຸດໆໄປເລີຍ!

  1. ມັກຊ່ວຍເຫຼືອຄົນອື່ນສະເໝີ: ຂໍ້ນີ້ມັນຈະອອກແນວນາງຟ້າໄປແດ່ ແຕ່ຫັ້ນແຫຼະເນາະ! ເຮົາກໍປະຕິເສດບໍ່ໄດ້ວ່າສາວໆທີ່ມັກຊ່ວຍເຫຼືອຄົນອື່ນນັ້ນຈະເຮັດໃຫ້ພວກນາງມີສະເໜ່ຂຶ້ນແທ້ໆ ນອກຈາກຈະງາມຈາກພາຍນອກແລ້ວ ຈິດໃຈຍັງດີອີກຕ່າງຫາກ! ອີ່ຫຍັງຈະ Perfect ໄດ້ຂະໜາດນັ້ນ
  2. ສະຫຼາດ ໝັ້ນໃຈໃນຕົວເອງ: ສາວໆພວກນີ້ຈະມີຄວາມສະຫຼາດ ແລະ ຄວາມໝັ້ນໃຈເປັນທືນ ພວກນາງຈະຈັດການກັບສະຖານະການທີ່ຢູ່ຕໍ່ໜ້າ ແລະ ແກ້ໄຂບັນຫາໄດ້ເປັນຢ່າງດີ ແລະ ທີ່ສໍາຄັນພວກນາງຍັງຮູ້ອີກວ່າ ຕອນໃດທີ່ຄວນຈະສາຍແວວສະຫຼາດໃຫ້ຄົນອືຶ່ນເຫັນ ແລະ ຕອນໃດທີ່ຄວນຈະປົກປິດເອົາໄວ້ ເພື່ອບໍ່ໃຫ້ອອກແນວອວດສະຫຼາດໄປທົ່ວນັ້ນເອງ!
  3. ເປັນແມ່ຍິງຄິດບວກ: ນອກຈາກສະຫຼາດ ແລະ ໝັ້ນໃຈແລ້ວ ຍັງເປັນແມ່ຍິງທີ່ຄິດບວກນໍາອີກ ເອີ້ນວ່າ ເຖິງຈະພົບກັບສະຖານະການບັ່ນທອນຈິດໃຈພຽງໃດ ພວກນາງກໍຈະສາມາດຜ່ານມັນໄປໄດ້ງ່າຍໆ ດ້ວຍພະລັງຄິດບວກທີ່ຢູ່ທາງໃນຂອງພວກນາງເອງ ເອົ້າ! ງາມຂຶ້ນໄປອີກ!!!
  4. ບໍ່ຫ່ວງງາມ ເປັນຕົວຂອງຕົນເອງ: ໃນບາງເທື່ອພາບລັກກໍບໍ່ແມ່ນບັນຫາສໍາຄັນສະເໝີໄປສໍາລັບສາວໆເຫຼົ່ານີ້ ຍ້ອນຫຍັງນັ້ນຫວາ? ກໍຍ້ອນພວກນາງຮູ້ດີວ່າການ Keep look ໃຫ້ດູດີຢູ່ສະເໝີນັ້ນເປັນເລື່ອງໜ້າເບື່ອເຫຼືອເກີນ ສູ້ເປັນຕົວຂອງຕົວເອງ ຢາກເຮັດຫຍັງກໍເຮັດ ຢາກເຕັ້ນແຮງໆລະບາຍອາລົມກໍເຮັດໄດ້ເລີຍ, ໜ້າບໍ່ແຕ່ງ, ປີນຜາ ຫຼືແມ່ນຫຍັງກໍແລ້ວແຕ່ ສາວໆພວກນີ້ກໍພ້ອມຈະລຸຍສະເໝີ ນີ້ແຫຼະຄືສະເໜ່ຂັ້ນສຸດຍອດທີ່ໃຜເຫັນກໍຕ້ອງຫຼົງຮັກແນ່ນອນເລີຍ ວ່າບໍ່?
  5. ຮັກຕົວເອງ: ຂໍ້ນີ້ໂດດເດັ່ນສຸດໆ ເພາະພວກນາງຮູ້ດີວ່າບໍ່ມີຫຍັງສໍາຄັນເທົ່າກັບການຮັກຕົວເອງ ພວກນາງຈະເຮັດທຸກຢ່າງ ພັດທະນາຕົວທຸກທາງ ເພື່ອໃຫ້ຕົວເອງມີຊີວິດທີ່ດີ ແລະ ມີຄວາມສຸກຢູ່ສະເໝີ ພວກນາງຈະບໍ່ຍອມໃຊ້ຊີວິດໄປວັນໆຄືກັບສາວໆທົ່ວໄປ ເພາະຮູ້ວ່າຊີວິດເຮົານັ້ນມີຄ່າພຽງໃດ ດັ່ງນັ້ນ ການເຮັດຫຍັງເພື່ອຕົນເອງ ກໍສະແດງເຖິງການເຫັນຄຸນຄ່າ ແລະ ຮັກຕົວເອງນັ້ນແຫຼະສາວໆ.

ທີ່ມາ: ວາລະສານ ຂວັນໃຈ 

ຮູບພາບ: google

ແບ່ງປັນ