Breaking News

ຢ່າລືມ!! ໄປທ່ຽວຊົມງານ Southern Thailand Best Product @Vientiane

ແບ່ງປັນ

ເຊີນທ່ຽວຊົມເລືອກຊື້ສິນຄ້າຜະລິດຕະພັນພື້ນບ້ານດີທີ່ສຸດຈາກ 5 ແຂວງຊາຍແດນພາກໃຕ້ຂອງປະເທດໄທໃນງານ Southern Thailand Best Product @Vientiane ໃນວັນທີ 11-15 ກັນຍາ 2018 ເປັນເວລາ 5 ວັນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 10:00-20:00 ໂມງ. ງານນີ້, ເປັນງານທີ່ໄດ້ລວບລວມ 50 ຮ້ານຄ້າດັງຈາກ 5 ແຂວງພາກໃຕ້ຂອງ ໄທ ມາລວມໃນງານດຽວຢູ່ປະເທດລາວໃຫ້ພີ່ນ້ອງຊາວລາວບໍ່ຕ້ອງໄປຮອດພາກໃຕ້ຂອງໄທກໍສາມາດຊື້ສິນຄ້າດີໆໄດ້ຄື: ແຂວງສົງຂາ, ປັດຕະນີ, ນາລາທິວາດ,​ ຍະລາ ແລະ ສະຕູນ. ເຊິ່ງມີຫຼາກຫຼາຍປະເພດສິນຄ້າເຊັ່ນ: ເສື້ອຜ້າ, ເຄື່ອງປະດັບ, ອາຫານ ແລະ ຜະລິດຕະພັນແປຮູບ, ເກີບສຸພາບໃຍບວບ, ໝອນຢາງພາລາ, ສະບູ່ເປືອກມັງຄຸດ ແລະ ເຄື່ອງປະດັບຈາກເກັດປາເປັນຕົ້ນ…

ທຸກໆມື້, ພາຍໃນງານ ຈະມີກິດຈະກຳໃຫ້ກັບຜູ້ເຂົ້າຮ່ວມງານໄດ້ຮ່ວມມ່ວນຊື່ ແລະ ຍັງມີກິດຈະກຳສົ່ງເສີມການຂາຍປະຊາສຳພັນກ່ຽວຂ້ອງກັບສິນຄ້າເຊັ່ນ: ການຈັດກິດຈະກຳນາທີທອງ, ມີການສະແດງສິລະປະພື້ນບ້ານຂອງພາກໃຕ້ປະເທດໄທ ທີ່ຫາເບິ່ງຍາກມາສ້າງຄວາມມ່ວນຊື່ນພາຍໃນງານ.

ພິເສດ ຍັງມີຄອນເສີດ Meet and Greet ຈາກດາລາຊື່ດັງຂອງໄທ ອົ້ນ ກໍລະກົດ ແລະ ຍູໂຣ ຍົດສະວັດ ພະເອກດັງຊ່ອງ 7HD ມາສ້າງສີສັນໃນງານ ແລະ ມອບຄວາມສຸກໃຫ້ກັບຜູ້ຮ່ວມງານ.

ງານ Southern Thailand Best Product @Vientiane ໄດ້ເປີດຢ່າງເປັນທາງການໃນມື້ນີ້ ວັນທີ 11 ກັນຍາ 2018 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານເປີດງານໂດຍທ່ານນາງ ລັດຕະນາ ເທຍວິສິດສະກຸນ ຜູ້ກວດກາກະຊວງການຄ້າ, ໂດຍມີທ່ານ ນາງ ຢານີ ສີມີໄຊ ອັກຄະລາຊະທູດທີ່ປຶກສາ ຝ່າຍການຄ້າ ແຫ່ງຣາດຊະອານາຈັກໄທ, ທ່ານ ເອກສັກ ອາຍະນັນ ຫົວໜ້າພະແນກການຄ້າແຂວງສົງຂາ, ມີບັນດານັກທຸລະກິດລາວ-ໄທ, ພໍ່ແມ່ປະຊາຊົນ ແລະ ສື່ມວນຊົນເຂົ້າຮ່ວມເປີດງານຢ່າງຈຳນວນຫຼວງຫຼາຍ.

ແບ່ງປັນ