Breaking News

ຕະລຶງ! ອາເລັກຊານດ້າ ປ່ຽນໄປ…

ແບ່ງປັນ

ຕະລຶງ! ອາເລັກຊານດ້າ ປ່ຽນໄປ

ອີກແລ້ວໆ! ມື້ນີ້ ຊະນີIndy ມີເລື່ອງຈະມາຝອຍມາເວົ້າມາລົມກັບເພື່ອນໆເປັນເລື່ອງຂອງສາວ ອາເລັກຊານດ້າ ບຸນຊ່ວຍ ນັກຮ້ອງນັກສະແດງຄົນເກັ່ງ, ໃນໄລຍະຜ່ານມານາງກໍໄດ້ມີຜົນງານມາແລ້ວທັງໃນ ແລະ ນອກປະເທດ ຫຼື ຈະເອີ້ນ Go-Inter ນັ້ນແຫຼະ, ເຂົ້າປະເດັນກັນເລີຍກໍມີຢູ່ວ່າມື້ນີ້ ຊະນີIndy ຫວ່າງວຽກຫຼາຍເລີຍເຂົ້າໄປເຂ່ຍ FB ຫຼິ້ນແຕ່ຕ້ອງຕົກໃຈເພາະເຫັນສາວ ຊານດ້າ ເພິ່ນມັກໂພສຮູບພາບຕ່າງໆ ແລະ ຜິດສັງເກດຫຼາຍກໍໜ້າຈະເປັນຫຸ່ນທີ່ສຸດແຊບເວີ້ຂອງນາງ ແບບວ່າ 6Pack ເປັນມັດໆພຸ້ນໃດ໋ ໂອ້ຍ ຊະນີIndy ເຫັນແລ້ວເກີດຄວາມອິດສາຕາຮ້ອນເດ…ເພາະອາດຈະເຮັດບໍ່ໄດ້ຄືສາວຊານດ້າດອກແບບວ່າ ຊະນີIndy ເປັນສາຍກິນຫັ້ນນ່າ ອິອິ, ແຕ່ຈະເວົ້າໄປແລ້ວເບິ່ງລວມໆດຽວນີ້ນາງກໍງາມຂຶ້ນຫຼາຍກວ່າແຕ່ເກົ່າເພາະວ່າແຕ່ກີ້ນາງທັງຕຸ້ຍເອີ້ຍບໍ່ແມ່ນເດີ້ ອວບໆຊັນດອກແບບວ່າກໍໜ້າຮັກດີແຕ່ມາດຽວນີ້ນາງໜ້າຈະອອກສາຍ Healthy ຮັກສາສຸຂະພາບຫັນໜ້າເຂົ້າ Fitness ກິນອາຫານ Clean-food ຈົນກາຍເປັນສາວ Sexy ຂອງວົງການໄປແລ້ວ ແຕ່ກໍເປັນຜົນດີໃດ ແລະ ໜ້າເອົາເປັນແບບຢ່າງແຖມມີສຸຂະພາບດີນຳ.

ປລ: ຖ້າຫວ່າງໆຝາກສາວ ອາເລັກຊານດ້າ ມາເປັນ Trainer ສ່ວນຕົວໃຫ້ແຟນໆ ແລະ ຊະນີIndy ແດ່ເດີ້ເພາະພວກເຂົາກໍຢາກມີຫຸ່ນເລີດໆກ້າມທ້ອງເປັນມັດໆແບບເພິ່ນ!!!

ຂອບໃຈຮູບພາບຈາກ: Alexandra Bounxouei

ແບ່ງປັນ