Breaking News

ເປີດໂປຟາຍ! ຢຸ້ຍ ສັນທະນີ ຈາກອະດີດເຄີຍເຮັດອາຊີບທີ່ຫຼາຍຄົນໄຝ່ຝັນສູ່…Miss Supranational Laos 2018 

ແບ່ງປັນ

ກຳລັງເປັນກະແສກັນເລີຍ ສຳລັບ ຢຸ້ຍ ສັນທະນີ ໄຊມະນີວັນ Miss Supranational Laos 2018 ຄົນໃໝ່ ຄົນຫຼ້າສຸດ ເຊິ່ງໄດ້ມີການມອບຕຳແໜ່ງກັນແບບສົດໆຮ້ອນໆ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ອາດຈະງົງ ສົງໃສ ວ່ານາງແມ່ນໃຜ ແລະ ມີການປະກວດຕອນໃດ… ຫັ້ນແນ່…ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຄົນເກົ່າເຈົ້າເດີມ ຈະມີໄຂຂໍ້ສົງໃສ ພ້ອມກັບເປີດໂປຟາຍ (profile) ສາວ ຢຸ້ຍ ຄົນນີ້ໃຫ້ໄດ້ຮູ້ກັນໄປເລີຍວ່ານາງເປັນໃຜ?

ມາມາ…ມາເລີ່ມກັນເລີຍ ສັນທະນີ ໄຊມະນີວັນ (ຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ Miss Supranational 2018 ໃນປີນີ້ອີກດ້ວຍ.

ປັດຈຸບັນ ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ ແຕ່ ຢຸ້ຍ ກໍ່ໄດ້ໃຫ້ເຫດຜົນມາແລ້ວວ່າ ເຖິງຈະເປັນອາຊີບໃນຝັນຂອງຕົນ ແລະ ສາວໆຫຼາຍໆຄົນ ແຕ່ສຳລັບນາງແລ້ວ ເມື່ອໄດ້ເຮັດ ໄດ້ລອງ ໃນສິ່ງທີ່ຢາກເຮັດໃນຊ່ວງເວລານັ້ນສຳເລັດແລ້ວ ນາງກໍ່ບໍ່ຢຸດທີ່ຈະພັດທະນາຕົວເອງ ໂດຍຄວາມຝັນອີກຢ່າງໜຶ່ງຂອງເພິ່ນກໍ່ຄືຢາກເຮັດວຽກໃນວົງການບັນເທິງ ແລະ ກໍ່ຖືວ່ານາງໄດ້ກ້າວເຂົ້າມາສູ່ວົງການບັນເທີງຢ່າງເຕັມຕົວໃນເວລານີ້.

ແຕ່ເຖິງຢ່າງໃດ ສາວ ຢຸ້ຍ ສັນທະນີ ຄົນນີ້ກໍ່ບໍ່ໄດ້ເປັນ ນ້ອງໃໝ່ໃນວົງການບັນເທິງເດີ້ ເພາະກ່ອນໜ້ານີ້ນາງກໍ່ມີງານເດີນແບບ, ຖ່າຍແບບ, ເຄີຍຜ່ານການປະກວດຫຼາຍໆເວທີ ແລະ ອີກຢ່າງໜຶ່ງທີ່ສາວຄົນນີເປັນຢູ່ກໍ່ຄືເປັນ ຄູເຝິກສອນບຸກຂະລິກກະພາບ ແລະ ການສະແດງ ອີກນຳເດີ້.

ໂອ້ວ້າວວວ!!! ໂປຟາຍນາງບໍ່ທຳມະດາເລີຍແມ່ນບໍ່ແຟນໆ, ຢ່າງໃດກໍ່ຝາກເປັນກຳລັງໃຈໃຫ້ສາວຄົນນີ້ກັນແດ່ເດີ້ ເພາະອີກບໍ່ດົນນາງກໍ່ຈະໄປເຮັດໜ້າທີ່ເປັນຕົວແທນສາວງາມປະເທດລາວໃນເວທີ Miss Supranational 2018. #ຮັກລາວເຊຍລາວ

ຮູບພາບ: target magazine, Yui Santhany

ແບ່ງປັນ