Breaking News

ງາມຫຼາຍໆ! ມີມີ່ ພູນຊັບ ໃນງານ Lao Fashion Week 2018 (ໃຜເຫັນເປັນຕ້ອງແນມ)

ແບ່ງປັນ

ມີມີ່ ພູນຊັບ ພົນໂຍທາ  Miss International Laos 2017 ແລະ ຍັງເປັນ Brand Ambassador ຂອງງານແຟຊັ່ນໂຊລະດັບປະເທດ Lao Fashion Week 2018 , ມີມີ່ ພູນຊັບ  ກໍໄດ້ຮ່ວມງານດັ່ງກ່າວ ເຊິ່ງຂໍບອກວ່ານາງຈັດເຕັມ ແຖມແຕ່ລະລຸກ ແຕ່ລະຊຸດຂອງນາງນັ້ນ ເອີ້ນໄດ້ວ່າກິນຂາດ ເບິ່ງແລ້ວສະຫງ່າງາມຫຼາຍໆ.

ມີພາບບັນຍາກາດໃນງານທີ່ ສາວ ມິມີ່ ພູນຊັບ ເພິ່ນໄດ້ໄປມາຝາກແຟນໆ…ເວົ້າໄປຫຼາຍດຽວຈະຫາວ່າ ຊະນີIndy ຍ້ອງເກີນເຫດ…

ໂດຍເບື້ອງຫຼັງຄວາມງາມຂອງ ສາວ ມິມີ່ ພູນຊັບ ກໍ່ແມ່ນໄດ້ຊ່າງແຕ່ງໜ້າຄິວທອງຫຼາຍທ່ານ ຂອງບ້ານເຮົາມາເປັນຄົນເນລະມິດຄວາມງາມໃຫ້ໃນເທື່ອນີ້ນັ້ນເອງ.

ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ມິມີ່ ພູນຊັບ ພົນໂຍທາ ກໍ່ຢ່າລືມໄລ້ ແຊຣ ລົວໆເປັນກຳລັງໃຈໃຫ້ນາງກັນແດ່ ເພາະຕ້ອງຍອມເລີຍວ່າ ນາງມີຄວາມງາມເລີດໆໆໆ ແຕ່ລະລຸກຂອງນາງກິນຂາດ ໃຜເຫັນກໍເປັນອັນວ່າຕ້ອງແນມ!!!

ຂໍຂອບໃຈສຳລັບຮູບພາບຈາກ: FB/Miss International Laos 2017

ແບ່ງປັນ