Breaking News

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ…

ແບ່ງປັນ

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ… ເປີດປະສົບການໃໝ່ຂອງການທ່ອງທ່ຽວແນວສິລະປະ ທີ່ບໍ່ໄດ້ຈໍາກັດພຽງຢູ່ໃນຮູບແຕ້ມ ຫຼື ປະຕິມະກໍາຊີ້ນເອກເທົ່ານັ້ນ ສໍາລັບ “Mori Building Digital Art Museum” ເຊິ່ງຕັ້ງຢູ່ໃນອາຄານ Palette Town ກຸງໂຕກຽວ ປະເທດຍີ່ປຸ່ນ ເປັນການຮ່ວມທາງລະຫວ່າງ Technology ກັບສິລະປະໄດ້ຢ່າງລົງຕົວ ເປີດໃຫ້ເຂົ້າຊົມຄັ້ງທໍາອິດເມື່ອວັນທີ 21 ມິຖຸນາ 2018 ທີ່ຜ່ານມາ… “Team Lab” ທີມຜູ້ສ້າງສັນຜົນງານ Digital Art ສຸດລໍ້າ ສັນຊາດຍີ່ປຸ່ນ ໂດຍເປັນການຮ່ວມມືກັນຂອງຜູ້ຊ່ຽວຊານດ້ານຕ່າງໆ ທັງສີລະປະ, ໂປຼແກຼມເມີ່, ວິສະວະກອນ, ສະຖາປະນິກ ແລະ ກຼາບຟິກດີຊາຍເນີ່ ແລະ ຜົນງານຄັ້ງຫຼ້າສຸດຂອງພວກເຂົາກໍຄື Mori Building Digital Art Museum ຫໍພິພີດຕະພັນ ດີຈີຕອລອາດ ທີ່ມາພ້ອມ Concept “Borderless” ສີລະປະແບບໄຮ້ຂອບເຂດ ທາງດ້ານໃນຂອງຫໍພິພິດຕະພັນເປັນພື້ນທີ່ກວ້າງຂວາງຄືເຂົາວົງກົດ ຂະໜາດ 10.000 ຕາລາງແມັດ ຈັດເຕັມທາງດ້ານແສງສີສຽງສຸດຕະການຕາ ມີຜົນງານຫຼາຍກວ່າ 50 ຜົນງານ ຜ່ານການຄັດສັນຈາກເຄື່ອງຄອມພິວເຕີ 150 ເຄື່ອງ ກັບ ໂປຼເຈັກເຕີອີກ 470 ເຄື່ອງ ຫຼອມລວມຜູ້ຊົມໃຊ້ໃຫ້ກາຍເປັນສ່ວນໜຶ່ງຂອງວຽກສີລະປະໄດ້ ໂດຍແບ່ງອອກເປັນ 5 ໂຊນຄື:

1. Borderless world ປົດປ່ອຍຈິນຕະນາການໄປກັບສີລະປະອັນໄຮ້ຂອບເຂດ ແລະ ບັນຍາກາດ, ແສງ, ສີ, ສຽງ ຈະປ່ຽນໄປເລື້ອຍໆ ຕາມການເຄື່ອນໄຫວຂອງຜູ້ຄົນທີ່ຍ່າງໄປມາ

2. Athlentics Forest ທີ່ມີບ່ອນຫ້ອຍໂຫນ ຂຸມ, ບໍ່ ພື້ນອຽງ ໃຫ້ໄດ້ເຄື່ອນໄຫວກັນຢ່າງມ່ວນຊື່ນ

3. Future Park ໂຊນຮວບຮວມຜົນງານທາງດ້ານການສຶກສາ ທີ່ຊ່ວຍກະຕຸ້ນຈິນຕະນາການ ແລະ ພັດທະນາທັກສະດ້ານສີລະປະ

4. Forest of Lamps ໂຊນປ່າໂຄມໄຟນັບຈໍານວນບໍ່ໄດ້

5. EN Tea House 

ໂຊນສີລະປະຈາກຈອກຊາ ຈະເປີດໃຫ້ເຂົ້າຊົມ: – ວັນຈັນ-ພະຫັດ ເວລາ 11:00-19:00 – ວັນສຸກ ເວລາ 11:00-21:00 – ວັນເສົາ ເວລາ 10:00-21:00 – ວັນອາທິດ ແລະ ມື້ພັກທົ່ວໄປ 10:00-19:00 ຄ່າເຂົ້າຊົມ: – ຜູ້ໃຫຍ່, ນັກຮຽນມັດທະຍົມ-ມະຫາໄລ ລາຄາ 3.200 ຢວນ – ເດັກນ້ອຍອະນຸບານ-ປະຖົມ ລາຄາ 1.000 ຢວນ – ເດັກນ້ອຍອາຍຸຕໍ່າກວ່າ 3 ປີ ເຂົ້າຟີ.

ຂອບໃຈທີ່ມາ: MTHAI

ແບ່ງປັນ