Breaking News

ຫຼີກໄປຄົນມີມົງ 2018 ມາແລ້ວ… ລວມນາງງາມລາວ ທີ່ຈະກ້າວສູ່ເວທີໂລກ!!! (ໃຜແດ່ມາເບິ່ງ?)

ແບ່ງປັນ

Hello…ມື້ນີ້ມາທັກທາຍແຟນໆແບບ Inter ກັນແດ່ໜ້ອຍໜຶ່ງ ເພາະ ຊະນີIndy ກຳລັງຊ້ອມໄວ້ເພື່ອຈະໄດ້ເວົ້າກັບຜູ້ຄົນຊາວຕ່າງຊາດ ທີ່ເວົ້າມາແບບນີ້ກໍ່ບໍ່ແມ່ນຫຍັງໄດ໋… ເພາະມື້ນີ້ຈະມາອັບເດດຂ່າວສານແວດວົງ ນາງງາມ ບ້ານເຮົາ, ສຳເລັດໄປຫຼາຍເວທີການປະກວດ ແລະ ເຮົາກໍ່ໄດ້ມາແລ້ວສາວງາມທີ່ມີຄວາມເໝາະສົມ ທີ່ຈະເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກທີ່ຈະຈັດຂຶ້ນໃນຊ່ວງທ້າຍໆປີ 2018 ນີ້ ບໍ່ວ່າຈະເປັນ ອອນອະນົງ ຫອມສົມບັດ Miss Universe Laos 2018, ນົບພະລັດ ສີໄກພັກ Miss Grand Laos 2018, ກະດຸມເພັດ ໄຊຍະວົງ Miss Laos World 2018, ສັນທະນີ ໄຊມະນີວັນ Miss Supranational Laos 2018, ແສງສະຫວັນ ສີຫາລາດ Miss Tourism Queen of the Year Laos 2018, ສຸນິຕາ ໄຊຊະນະ Miss Tourism Laos 2018.

ອອນອະນົງ ຫອມສົມບັດ Miss Universe Laos 2018

ກະດຸມເພັດ ໄຊຍະວົງ Miss Laos World 2018

 

ສັນທະນີ ໄຊມະນີວັນ Miss Supranational Laos 2018

ແສງສະຫວັນ ສີຫາລາດ Miss Tourism Queen of the Year Laos 2018

ສຸນິຕາ ໄຊຊະນະ Miss Tourism Laos 2018 

ນົບພະລັດ ສີໄກພັກ Miss Grand Laos 2018

ໂອ້ຍຍຍຍ!!! ເຫັນສາວລາວເຮົາແລ້ວ ງົດງາມ ບໍ່ແພ້ຊາດໃດໃນໂລກເລີຍວ່າບໍ່ແຟນໆ…

ເອົາເປັນວ່າ ຊະນີIndy ເອົາມາຝາກພຽງແຕ່ເທົ່ານີ້ກ່ອນເນາະ ແລະ ຂໍບອກກ່ອນເດີ້ວ່າຍັງມີອີກຫຼາຍເວທີໃນເວລານີ້ທີ່ກຳລັງຄັດເລືອກສາວງາມ ເຟັ້ນຫາສາວງາມທີ່ມີຄວາມເໝາະສົມທີ່ສຸດ ແລະ ສັນຍາກັບແຟນໆເລີຍວ່າຈະມີອັບເດດໃຫ້ໄດ້ຮູ້ກັນແນ່ນອນ, ແຕ່ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ກຳລັງຈະໄດ້ເປັນສາວງາມຕົວແທນປະເທດລາວ ໄປປະກວດໃນເວທີລະດັບໂລກ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ

ຮູບພາບ: On-anong Homsombath , Miss Universe Laos ມີສຢູນີເວີຣສ ລາວ , MISS GRAND LAOS ມີສແກຣນລາວ, Miss Laos World ມີສລາວ ເວີຣ , TiikNam Xaiyavong

ແບ່ງປັນ