Breaking News

ສຸດຍອດການປະຊັນສາວງາມ 18 ແຂວງ ປະເທດລາວ Miss Tourism Queen Laos 2018

ແບ່ງປັນ

ມາສ່ອງອີກໜຶ່ງເວທີ Miss Tourism Queen Laos 2018 ຫຼ້າສຸດເພສຫຼັກຂອງກອງປະກວດກໍ່ໄດ້ປ່ອຍຮູບພາບສາວງາມຜູ້ຜ່ານເຂົ້າຮອບທັງໝົດ 20 ຄົນ ແລະ ພິເສດແມ່ນການປະກວດໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາສາວງາມມາຈາກທົ່ວປະເທດລາວ ທັງໝົດ 18 ແຂວງ ທົ່ວປະເທດລາວ ເຊິ່ງມີສາວງາມ 17 ຕົວແທນຈາກ 17 ແຂວງ (ແຂວງລະ 1 ຄົນ) ແລະ ຈາກນະຄອນຫລວງວຽງຈັນ 3 ຕົວແທນສາວງາມ.

ເຊິ່ງແຕ່ລະຕົວແທນສາວງາມ ແຕ່ລະແຂວງນັ້ນ ຂໍບອກວ່າໃຜເຫັນເປັນຕ້ອງຮ້ອງ Wowww ສາວລາວງາມຫຼາຍ…

ສຳລັບການປະກວດ Miss Tourism Queen Laos 2018 ຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ ເຊິ່ງຕ້ອງເຮັດພາລະກິດ ປະສານງານສື່ສານ ໃນການປະຊາສຳພັນ ໂດຍໂຄສະນາກິດຈະກຳຕ່າງໆເຊັ່ນ: ການໂຄສະນາປະເພນີ ວັດທະນະທຳ ກັບເທສະການທ່ອງທ່ຽວຕ່າງໆ ຂອງ ສປປ.ລາວ ໂດຍຮ່ວມມືກັບທາງພາກລັດ ແລະ ເອກະຊົນທັງພາບໃນ ແລະ ຕ່າງປະເທດສາມາດຕິດຕາມໄດ້ທາງ Facebook PageMiss Tourism Queen Laos

ແບ່ງປັນ