Breaking News

ພາກປະຊາສັງຄົມ ເກົາຫລີໃຕ້ ຮຽກຮ້ອງໃຫ້ ບໍລິສັດ SK ຮັບຜິດຊອບກໍລະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ສປປ ລາວ

ແບ່ງປັນ

ເກົາຫລີໃຕ້ ກຸ່ມເຄືອຂ່າຍພາກປະຊາສັງຄົມ ເກົາຫລີໃຕ້ ແລະ ໄທ ຮຽກຮ້ອງໃຫ້ບໍລິສັດ SK ຮັບຜິດຊອບຕໍ່ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ສາເຫດທີ່ແທ້ຈິງ.

ດັ່ງ ທ່ານນາງ YUN JI YOUNG ອົງການ Peace MOMO ປະເທດເກົາຫລີໃຕ້ ກ່າວໃນວັນທີ 18 ກັນຍາ ວ່າ:

“ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນລະຫວ່າງ ທີ່ກຸ່ມເຄືອຂ່າຍ ຈາກກໍາປູເຈຍ ແລະໄທ ເດີນທາງມາ ເກົາຫລີໃຕ້ ແຕ່ທາງບໍລິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະ ບໍ່ຕອບກັບຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນ ເຮົາຈຶ່ງຕ້ອງການໃຫ້ ບໍລິສັດ SK ຮັກສາຂໍ້ຮຽກຮ້ອງ ແລະຄຳຖາມ ແລະຕອບກັບມາຍັງອົງການ ຂອງພວກເຮົາ.”

ນາງກ່າວຕື່ມວ່າ ກ່ອນໜ້ານີ້ ເຄືອຂ່າຍພາກປະຊາສັງຄົມ ຈາກຫລາຍປະເທດເປັນຕົ້ນ ປະເທດເກົາຫລີໃຕ້ ປະເທດໄທ ແລະປະເທດ ກໍາປູເຈຍ ຮຽກຮ້ອງໃຫ້ຜູ້ບໍລິຫານ ບໍລິສັດ SK ເຂົ້າຮ່ວມງານສົນທະນາ ແລະ ຕອບຄຳຖາມກ່ຽວກັບ ຜົນກະທົບຂອງ ເຂື່ອນ ເຊປຽນ- ເຊນໍ້ານ້ອຍ ແຕກ ແລະ ການຊົດເຊີຍຜົນກະທົບໄລຍະຍາວ ໃນວັນທີ 19 ກັນຍາ 2018 ນີ້ ທີ່ມະຫາວິທະຍາໄລ ໂຊກັງ ກຸງໂຊນ ປະເທດເກົາຫລີໃຕ້ ແຕ່ທາງບໍລິສັດ ກໍ່ປະຕິເສດໃນການເຂົ້າຮ່ວມ.

ການຖະແຫລງການຢູ່ໜ້າບໍຣິສັດ SK ໃນວັນທີ 18 ກັນຍາ ນີ້ ຍັງເຄື່ອນໄຫວກົດດັນ ບໍຣິສັດ SK ເນື່ອງຈາກຜ່ານມາຍັງບໍ່ເຫັນ ບໍລິສັດ ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ແລະ ຍັງຕັ້ງຄຳຖາມອີກວ່າ ສາເຫດຂອງເຂື່ອນແຕກຄັ້ງນີ້ ເປັນຍ້ອນ ການສ້າງເຂື່ອນ ທີ່ບໍ່ໄດ້ມາດຕະຖານຂອງທີມເກົາຫລີ ຫລືບໍ່.

ນອກຈາກນັ້ນໃນຂໍ້ຮຽກຮ້ອງຍັງໃຫ້ ບໍຣິສັດ SK ຈະຕ້ອງຮັບຜິດຊອບ ຕໍ່ເຫດການເຂື່ອນແຕກ ແລະ ຈ່າຍເງີນຄ່າຊົດເຊີຍ ໃຫ້ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ກວ່າ 6 ພັນຄົນ ທີ່ໄດ້ຮັບຜົນກະທົບ ແບບໄລຍະຍາວ ແລະ ຍືນຍົງ.

ເຖິງຢ່າງໃດກໍຕາມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຢູ່ໃນກອງປະຊຸມ World Economic Forum ທີ່ນະຄອນຫຼວງ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອວັນທີ 11-13 ກັນຍາ 2018 ທີ່ຜ່ານມາ ຕອນນຶ່ງວ່າ:

“ເຂື່ອນທີ່ຫາກໍ່ແຕກ ຢູ່ເຂື່ອນເຊປຽນ ເຊນໍ້ານ້ອຍ ກຳລັງກໍ່ສ້າງຢູ່ຍັງບໍ່ທັນສຳເລັດ ແຕ່ວ່າ ມັນແຕກໄປກ່ອນ ຂ້າພະເຈົ້າວ່າ ແນ່ນອນ ຕ້ອງເປັນຜົນກະທົບທາງລົບ ໃຫ້ແກ່ການພັດທະນາ ເຂື່ອນໄຟຟ້າຢູ່ລາວ ແນ່ນອນ ແຕ່ວ່າ ຂ້າພະເຈົ້າ ປະຊາຊົນ ກໍຄື ປະຊາຄົມໂລກ ວ່າ ຕໍ່ໄປນີ້ ການສ້າງເຂື່ອນ ໃນລາວ ຕ້ອງໄດ້ຮັບການສຶກສາ ໃຫ້ຖີ່ຖ້ວນທີ່ສຸດ”

ອັບເດດຫລ້າສຸດ:

ສຳລັບຕົວເລກຜູ້ຫາຍສາບສູນ ມີການປ່ຽນແປງ. ອີງຕາມການລາຍງານຫລ້າສຸດ ຂອງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ, ຕົວເລກຜູ້ເສຍຊີວິດແມ່ນ 40 ຄົນ ໃນນັ້ນມີເສຍຊີວິດຢູ່ໂຮງໝໍ 6 ຄົນ ໃນຂະນະທີ່ຕົວເລກ ຜູ້ທີ່ຍັງຫາຍສາບສູນ ເຫລືອພຽງ 32 ຄົນ ຊຶ່ງຈະຕ່າງຈາກລາຍງານ ໃນເບື້ອງຕົ້ນ ວ່າມີຜູ້ຫາຍສາບສູນ 131 ຄົນ ຍ້ອນວ່າ ໃນນັ້ນເຈົ້າໜ້າທີ່ ຍັງບໍ່ສາມາດສະຫຼຸບ ຈຳນວນພົນໄດ້ ແລະ ປະຊາຊົນ ກໍຢູ່ແບບກະຈັກກະຈາຍ ແລະ ບາງກໍຣະນີ ລາຍຊື່ ກໍ່ຊໍ້າກັນ.

ທີ່ມາ: Support Prime Minister Thongloun Sisoulith

ແບ່ງປັນ