Breaking News

12 ນ້ອງນັກຮຽນດີເດັ່ນ ເດີນທາງແລກປ່ຽນທີ່ປະເທດ ຍີ່ປຸ່ນ ຄັດເລືອກໂດຍກະຊວງສຶກສາທິການ ແລະ ກິລາ.

ແບ່ງປັນ

ສະບາຍດີ ໝູ່ເພື່ອນທຸກໆຄົນ ໃນມື້ນີ້ ຂວັນໃຈ ເຮົາມີເລື່ອງລາວ ຂ່າວສານ ແວດວົງ ການສຶກສາ ແລະ ກິດສະກຳຕ່າງໆມາຕ້ອນມາຝາກກັນເຊັ່ນເຄີຍ ເຊິ່ງໃນມື້ນີ້ເຮົາຈະມາອັບເດດຂ່າວສານກິດຈະກຳດີໆທີ່ບັນດາ ນ້ອງໆ ແລະ ໝູ່ເພື່ອນໄດ້ໄປແລກປ່ຽນການຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນ…

ໃນວັນທີ 17 ກັນຍາ 2018 ທີ່ຜ່ານມາ, ນັກຮຽນມັດທະຍົມຕອນປາຍ 12 ຄົນ, ລັດຖະກອນ 2 ທ່ານ ແລະ ພະນັກງານຈາກສະຫະພັນຣັກບີ້ລາວ 1 ທ່ານໄດ້ເດີນທາງໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນໃພໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ທີ່ຍີ່ປຸ່ນໃນລະຫວ່າງວັນທີ 18 ຫາ 25 ກັນຍາ 2018.

ການແລກປ່ຽນຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນແມ່ນເພື່ອແນ່ໃສ່ການເພີ່ມຄວາມສົນໃຈໃນກິລາຣັກບີ້ລະຫວ່າງປະເທດອາຊຽນທີ່ຄາດຫວັງຈະເຂົ້າຮ່ວມໃນການແຂ່ງຂັນກິລາຣັກບີ້ໂລກ 2019 ທີ່ຈະຖືກຈັດຂຶ້ນຢູ່ປະເທດຍີ່ປຸ່ນ. ບັນດານັກຮຽນທີ່ມີຄວາມກະຕືລືລົ້ນໃນການຫຼິ້ນກິລາແມ່ນໄດ້ຖືກເຊື້ອເຊີນ ແລະ ຈະໄດ້ຮຽນການທູດໃນອະນາຄົດໂດຍຜ່ານກິດຈະກໍາກິລາ ແລະ ຫຼິ້ນກິລາແທ໋ກຣັກບີ້ກັບບັນດານັກຮຽນລຸ້ນດຽວກັນຈາກຍີ່ປຸ່ນ ແລະ ປະເທດອື່ນໆໃນອາຊຽນ.

ນັກຮຽນລາວທັງ 12 ຄົນ ແມ່ນໄດ້ຖືກຄັດເລືອກຈາກນັກຮຽນດີເດັ່ນໂດຍກະຊວງສຶກສາທິການ ແລະ ກິລາ. ນັກຮຽນເຫຼົ່ານີ້ຈະລວມຕົວກັນກັບນັກຮຽນອື່ນໆຈາກປະເທດອາຊຽນ,ຈະໄດ້ໄປຢ້ຽມຊົມເມືອງ ໂງເຕັງບະ (ແຂວງ ຊິຈຶໂອກະ) ເພື່ອເຂົ້າຮ່ວມຝຶກຫຼິ້ນກິລາແທ໋ກຣັກບີ້ ແລະ ແລກປ່ຽນກັນໃນນັດແຂ່ງຂັນມິດຕະພາບ. ຈາກນັ້ນ, ພວກເຂົາຈະໄດ້ເດີນທາງໄປນະຄອນຫຼວງໂຕກຽວ ແລະ ຈະໄດ້ມີໂອກາດເຂົ້າຢ້ຽມຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ຍັງຈະໄດ້ໄປຢ້ຽມຊົມສະຖານທີ່ປະຫວັດສາດທີ່ສໍາຄັນ ແລະ ສິ່ງອໍານວຍຄວາມສະດວກອື່ນໆອີກ.

ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

ແບ່ງປັນ