Breaking News

ວ່າແດດຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! (ສ່ອງຄົນບັນເທີງໃນຊຸດລອຍນໍ້າສຸດເຊັກຊີ່)

ແບ່ງປັນ

ວ່າແດດປະເທດລາວຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! ທັກທາຍສະບາຍດີແຟນໆ ໃນມື້ນີ້ເຮົາຈະມາອັບເດດກະແສຊຸດລອຍນໍ້າ ຂອງເຫຼົ່າສາວໆຄົນບັນເທີງບ້ານເຮົາ ໄລຍະຫຼັງໆມານີ້ເຮົາກໍ່ຈະເຫັນບັນດາ ດາລາ ນາງງາມ ຫຼື ເນັດໄອດໍ້ຄົນດັງເຊັ່ນ: ແອັບເປີ້ນ ສີສະຫງຽນ, ຈີ່ຈີ່ ພອຍໄພລິນ, ຫຼິງຫຼິງ ປິຍະດາ, ຟ້າໃສ ຈິນນາລີ, ມຸກ ກິດສະດາ ແລະ ມີ່ມີ່ ວິລະພອນ ໄປພັກຜ່ອນທ່ອງທ່ຽວ ພ້ອມທັງໃສ່ຊຸດລອຍນໍ້າ ໂຊຫຸ່ນເຊັກຊີ່ ອວດຜິວດີໆ ຜ່ານໂຊຊ່ຽວໃຫ້ບັນດາແຟນຄລັບໄດ້ອັບເດດ ແລະ ກົດໄລ້ ກົດແຊຣກັນລົວໆ… ຈະມີໃຜແດ່ນັ້ນລອງມາເບິ່ງກັນ!!!

ແອັບເປີ້ນ ສີສະຫງຽນ ສີຫາລາວ (ດາລາ-ເນັດໄອດໍ້) 

ສາວຄົນນີ້ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!!

ຈີ່ຈີ່ ພອຍໄພລິນ (ເນັດໄອດໍ້)

ຄົນນີ້…ບໍ່ຕ້ອງເວົ້າຫຍັງຫຼາຍເນາະ ບອກເລີຍວ່າທັງງາມ ແລະ ເຊັກຊີ່ ແບບບໍ່ຕ້ອງພະຍາຍາມຫຍັງເລີຍ ຄະແນນເຕັມ 10 ໄປເລີຍ!!!

ຫຼິງຫຼິງ ປິຍະດາ ອິນທະວົງ (ສາວປະເພດສອງໝາຍເລກ1)

ນອກຈາກຈະຫຸ່ນດີ ດູດີທຸກມຸມແລ້ວ ສາວຄົນນີ້ກໍຍັງມີ stlye ການຖ່າຍຮູບທີ່ງາມ ເບິ່ງແລ້ວເຂົ້າກັນໆທັງວິວ ຊຸດລອຍນໍ້າ ບວກກັບຫຸ່ນ ແລະ ຜິວງາມໆຂອງນາງ ຕ້ອງຍົກໂປ້ໃຫ້ເພິ່ນເລີຍ.

ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017

ສາວນ້ອຍຄົນນີ້ ບອກເລີຍວ່າບໍ່ທຳມະດາ ທັງຮູບຮ່າງ ບວກກັບສີຜິວສີນໍ້າເຜິ້ງ ພໍໃສ່ຊຸດລອຍນໍ້າແລ້ວເບິ່ງລວມໆງາມຫຼາຍ ເປັນທຳມະຊາດສຸດໆ

ມຸກ ກິດສະດາ ວົງໄຊສະຫວາດ Miss Supranational Laos 2017

ງານນີ້ນາງຈັດເອົາແບບທະເລແຖບນັ້ນຮ້ອນ… ນາງໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ໃຜເຫັນຕ້ອງຮ້ອງ ວ້າວວວວ…ເຊັກຊີ່ ໃຜເຫັນເປັນຕ້ອງຍອມ!!!

ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos 2017

ເຫັນແລ້ວຮູ້ສຶກຮ້ອນໆ ໜາວໆ ມີຄວາມເຊັກຊີ່ ແບບນີ້ຈັດຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!!

ເປັນແນວໃດ? ງາມ ເຊັກຊີ່ສຸດໆເລີຍວ່າບໍ່ແຟນໆ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງພວກນາງສຸດໆ ບອກເລີຍວ່າງານນີ້ນອກຈາກອາກາດທີ່ຮ້ອນແລ້ວ ເຫຼົ່າສາວໆຄົນບັນເທີງບ້ານເຮົາແຫ່ງຮ້ອນຍິ່ງກວ່າ ແຕ່ລະຄົນໃຫ້ຄະແນນເຕັມ 10 ໄປເລີຍ!!!

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

ແບ່ງປັນ