Breaking News

“ຢາກສະຫຼາດກວ່ານີ້ເດ້…” ເລື່ອງງ່າຍໆ ທີ່ຍິ່ງເຮັດ ຍິ່ງສະຫຼາດຂຶ້ນ!!

ແບ່ງປັນ

7 ເລື່ອງງ່າຍໆ ທີ່ຍິ່ງເຮັດ ຍິ່ງສະຫຼາດຂຶ້ນ!!

ເຄີຍໄດ້ຍິນຫຼາຍຄົນເວົ້າມາຕະຫຼອດວ່າ ຢາກສະຫຼາດກວ່ານີ້ເດ້… ແນ່ນອນວ່າສາວໆຫຼາຍຄົນເຖິງຈະບໍ່ເວົ້າອອກມາ ແຕ່ກໍເຊື່ອວ່າໃຜກໍຄົງຢາກເກັ່ງກັນໝົດຫັ້ນລະ ເພາະວ່າຍິ່ງເຮົາເກັ່ງຫຼາຍຂຶ້ນເທົ່າໃດ ກໍຍິ່ງຊຸກຍູ້ໃຫ້ສາວໆເຂົ້າເຖິງໂອກາດດີໆໃນຊີວິດໄດ້ຫຼາຍຂຶ້ນເທົ່ານັ້ນ ແມ່ນຫຼືບໍ່? ແຕ່ໃນຂະນະດຽວກັນ ສາວໆຫຼາຍຄົນກໍມັກເຂົ້າໃຈວ່າ ຄວາມສະຫຼາດນັ້ນເປັນພອນສະຫວັນມາແຕ່ເກີດ ຫຼືຈາກກໍາມະພັນ ໂດຍບໍ່ສາມາດປ່ຽນແປງ ຫຼືພັດທະນາໄດ້ເມື່ອອາຍຸຫຼາຍແລ້ວ ແຕ່ຄວາມຈິງ ກິດຈະກຳທີ່ເຮົາເຮັດຢູ່ທຸກໆມື້ໃນຊີວິດປະຈໍາວັນນີ້ ກໍສາມາດເຮັດໃຫ້ສາວໆປັບສະໝອງຈົນກາຍເປັນຄົນທີ່ສະຫຼາດຂຶ້ນໄດ້ເດີ້ຮູ້ບໍ່? ຈະແມ່ນກິດຈະກຳຫຍັງແດ່ ໄປອ່ານພ້ອມກັນເລີຍ

  1. ສະຫຼາດທີ່ຈະ Online ໃຫ້ໄດ້ປະໂຫຍດ

ຄົນຍຸກ Digital ມັກເປັນພະຍາດເສບຕິດການ Online ແລະ ໃຊ້ເວລາສ່ວນຫຼາຍຢູ່ໃນໂລກ Online ສະນັ້ນ ເຮົາກໍຕ້ອງຊອກປະໂຫຍດຈາກມັນໃຫ້ໄດ້ຫຼາຍໆ ເພາະຄົນສ່ວນໃຫຍ່ກໍມັກ Online ພຽງເພື່ອຝອຍກັບໝູ່ຄູ່ ບາງຄົນກໍຫຼິ້ນເພື່ອຜ່ອນຄາຍອາລົມ ແຕ່ຄວາມຈິງແລ້ວ ໂລກ Online ເປັນຂຸມຊັບທາງປັນຍາຊັ້ນດີ ສໍາລັບຄົນຢາກຊອກຄວາມຮູ້ເລີຍເດີ້ ເພາະມັນຮວບຮວມເອົາຂໍ້ມູນຈາກທົ່ວໂລກໃນຫຼາຍໆດ້ານ ທີ່ສາວໆບໍ່ຄວນເບິ່ງຂ້າມໄປເດັດຂາດ

  1. ຮູ້ຈັກບັນທຶກວ່າເຈົ້າຮຽນຮູ້ຫຍັງໄປແດ່

ສາວໆຮູ້ບໍ່ວ່າທຸກສິ່ງທຸກຢ່າງໃນຊີວິດທີ່ເຮົາພົບເຫັນນັ້ນ ສາມາດກາຍເປັນບົດຮຽນຊັ້ນດີໃຫ້ເຮົາໄດ້ ຢູ່ທີ່ເຮົາເລືອກເຫັນມັນເປັນບົດຮຽນ ຫຼືເປັນເລື່ອງໄຮ້ສາລະໄປ ແມ່ນແຕ່ເລື່ອງນ້ອຍໆໃນແຕ່ລະມື້ເຊັ່ນ: ບົດສົນທະນາໃນຫ້ອງປະຊຸມ ຫຼືການໂອ້ລົມກັບໝູ່ຄູ່ ແລະ ອື່ນໆ ສິ່ງເຫຼົ່ານີ້ສາວໆສາມາດນໍາເອົາໄປພັດທະນາຄວາມຮູ້ ພັດທະນາຕົນເອງໄດ້ ສາວໆເອີ້ຍ ການຈົດບັນທຶກນັ້ນສໍາຄັນຫຼາຍ ທີ່ຈະເຮັດໃຫ້ສາວໆໄດ້ທົບທວນ ແລະ ປ່ຽນຄວາມຊົງຈໍາໃຫ້ກາຍເປັນຄວາມຮູ້ ທີ່ສາວໆຈະນຳໄປລອງປະຕິບັດໄດ້ (ເຊິ່ງຄົນສ່ວນຫຼາຍບໍ່ຄ່ອຍມັກເຮັດ)

  1. ສ້າງລາຍການ ຫຼື List ສິ່ງທີ່ເຮັດໄປແລ້ວ

ປົກກະຕິແລ້ວເຮົາມັກຂຽນລາຍການສິ່ງທີ່ເຮົາຢາກເຮັດ ຫຼືວາງແຜນວ່າຈະເຮັດ ແຕ່ມັນຈະດີບໍ່ໜ້ອຍເລີຍ ຖ້າສາວໆຫັນມາຂຽນລາຍການສິ່ງທີ່ໄດ້ເຮັດໄປແລ້ວ ເພາະສິ່ງເຫຼົ່ານັ້ນຈະກາຍເປັນເຄື່ອງເຕືອນໃຈໃຫ້ເຮົາຮູ້ວ່າ ສາມາດກ້າວຂ້າມສິ່ງໃດມາແດ່ແລ້ວ ປະສົບການອາດຈະເປັນສິ່ງທີ່ມີຄຸນຄ່າ ສິ່ງເຫຼົ່ານີ້ລ້ວນເປັນການເຮັດໃຫ້ສາວໆຮູ້ສຶກໝັ້ນໃຈ ມີກຳລັງໃຈ ແລະ ມີຄວາມສຸກກັບປະສົບການຂອງຕົນເອງຫຼາຍຶຂຶ້ນ ແລະ ມັນກໍມີສ່ວນກ່ຽວຂ້ອງກັບຄວາມສະຫຼາດໂດຍກົງເລີຍ

  1. ຄົບໝູ່ທີ່ສະຫຼາດ

ຖ້າໃນແຕ່ລະມື້ສາວໆຕ້ອງໃນວົງສົນທະນາຂອງກຸ່ມໝູ່ ທີ່ເວົ້າແຕ່ເລື່ອງໄຮ້ສາລະ ເວົ້າຂວັນ ນິນທາກັນ ມັນກໍຈະເປັນປະໂຫຍດກັບສາວໆໜ້ອຍກວ່າທີ່ຈະຢູ່ໃນວົງສົນທະນາດີໆກັບຄົນເກັ່ງໆ ແລະນັ້ນກໍເປັນສາເຫດທີ່ເຮັດໃຫ້ຄົນເກັ່ງໆມັກຈະມີໝູ່ ຫຼືກຸ່ມສົນທະນາຂອງພວກເຂົາເອງ ນອກຈາກນັ້ນ  ເຮົາຍັງເຫັນໄດ້ວ່າ ການທີ່ສາວໆມັກຄົບກັບໝູ່ຄູ່ປະເພດໃດຫຼາຍໆ ບໍ່ດົນສາວໆກໍຈະຊືມຊັບຄວາມຮູ້ ແລະ ຄວາມຄິດຂອງໝູ່ຄູ່ກຸ່ມນັ້ນມາເຊັ່ນດຽວກັນ ເມື່ອເປັນແບບນັ້ນແລ້ວການເລືອກໝູ່ຄູ່ທີ່ຈະໂອ້ລົມ ຫຼືເຂົ້າສັງຄົມນໍານັ້ນ ກໍມີຜົນຕໍ່ກັບຕົວສາວໆຫຼາຍເລີຍ

  1. ອ່ານປື້ມໃຫ້ຫຼາຍຂຶ້ນ

ການເປັນນັກອ່ານ ຫຼືມັກອ່ານປຶ້ມ ແມ່ນນິດໄສຂອງຄົນເກັ່ງໆທີ່ເຮົາສັງເກດເຫັນໄດ້ທົ່ວໄປ ເພາະການອ່ານປຶ້ມນັ້ນ ເຮັດໃຫ້ສາວໆສາມາດຮຽນຮູ້ໄດ້ຫຼາຍໆຢ່າງຈາກຜູ້ຂຽນແຕ່ລະຄົນທີ່ມານໍາສະເໜີ ແຖມຍັງເປັນຄັງຂໍ້ມູນສະໝອງໄດ້ດີ ສະນັ້ນ ສາວໆຄວນຮຽນອ່ານປຶ້ມໃຫ້ຕິດເປັນນິດໄສ ທີມງານຂວັນໃຈຮັບປະກັນຄວາມສະຫຼາດແນ່ນອນ

  1. ລອງຊອກເຮັດສິ່ງໃໝ່ໆ

ການເຮັດສິ່ງໃດສິ່ງໜຶ່ງຊໍ້າໆຕະຫຼອດ ອາດຈະເປັນການເຝິກໃຫ້ຕົວເຮົາມີຄວາມຊ່ຽວຊານສະເພາະດ້ານນັ້ນ ແຕ່ຮູ້ບໍ່ວ່າ ຖ້າສາວໆໄດ້ລອງເຮັດສິ່ງແປກໃໝ່ອັນໃດອັນໜຶ່ງ ມັນຈະເປັນການຕໍ່ຍອດຄວາມຮູ້ຂອງເຮົາໄປໄດ້ອີກຂັ້ນ ແລະ ຍັງໝາຍເຖິງການພັດທະນາຄວາມສະຫຼາດຂອງເຮົາ ໄປໄດ້ອີກຂັ້ນໜຶ່ງເຊັ່ນດຽວກັນ

  1. ຮຽນຮູ້ພາສາໃໝ່ໆ

ເລື່ອງນີ້ເຊື່ອວ່າສາວໆຫຼາຍຄົນອາດຈະຟັງເປັນເລື່ອງຍາກແນ່ນອນ ແຕ່ການຮຽນຮູ້ພາສາໃໝ່ທີ່ເວົ້າເຖິງນີ້ ບໍ່ແມ່ນການຮຽນຮູ້ລະດັບສູງ ທີ່ຕ້ອງເຂົ້າໃຈໄປໝົດດອກ ພຽງແຕ່ວ່າສາວໆຄວນຮູ້ລະດັບພື້ນຖານ ແລະ ຄຳສັບບາງຢ່າງ ເຊິ່ງມັນເປັນການເຝິກສະໝອງທີ່ດີທີ່ສຸດ ແລະ ຍັງມີປະໂຫຍດກັບຕົວເອງນໍາອີກ ໃຜຊິຮູ້ວ່າ ການຮູ້ຫຼາຍພາສາອາດພາເຮົາໄປສູ່ໂອກາດໃໝ່ໆ ທີ່ທ້າທາຍກໍເປັນໄດ້

ແບ່ງປັນ