Breaking News

Check ບ່ອນພັກກ່ອນໄປວັງວຽງ!!! ເລືອກໃຫ້ເໝາະກັບ Life Style ຂອງຕົວເອງ…

ແບ່ງປັນ
ວັງວຽງເປັນເມືອງນ້ອຍໆ ຕັ້ງຢູ່ທ່າມກາງສາຍພູ ມີສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາຕ່າງໆທີ່ໜ້າສົນໃຈ ເປັນປາຍທາງຈຸດພັກຜ່ອນຂອງຄົນໃນເມືອງ ທີ່ຕ້ອງການຈະໄປພັກຜ່ອນຢ່ອນໃຈ ໂດຍສະເພາະຄົນທີ່ຢູ່ຕົວເມືອງ ນະຄອນຫຼວງວຽງຈັນ ຖືວ່ານິຍົມໄປກັນຫຼາຍ ເພາະດ້ວຍໄລຍະທາງທີ່ຫ່າງກັນພຽງແຕ່ປະມານ 160 ກິໂລແມັດເທົ່ານັ້ນ ຈຶ່ງສາມາດຂັບລົດໄປເອງໄດ້ ຈະໄປກັບ ຫຼື ນອນຄ້າງຄືນກໍຍັງໄດ້… ສ່ວນກິດຈະກໍາຫຼັກທີ່ໄປວັງວຽງແລ້ວຕ້ອງຮູ້ (ເລືອກຫຼິ້ນໄດ້ຕາມຄວາມມັກ) ໄດ້ແກ່: ການລ່ອງກົງເບັງ (Tubing), ພາຍເຮືອຄາຍັກເທິງສາຍນໍ້າຊອງ, ຂີ່ຊິງຊ້າລອຍຟ້າບໍລິເວນຖໍ້ານອນ, ຫຼິ້ນນໍ້າທີ່ Blue Lagoon ຖືວ່າເປັນກິດຈະກໍາທີ່ສະບາຍສະບາຍ… ສ່ວນສໍາລັບສາຍພະຈົນໄພກໍຍັງມີກິດຈະກໍາໃຫ້ຫຼິ້ນຫຼາກຫຼາຍບໍ່ວ່າຈະເປັນ ປີນຜາ, ຂີ່ສະລິງ ມີຖໍ້າງາມໆໃຫ້ເລືອກໄປເຊັ່ນ ຖໍ້າຈັງ, ຖໍ້ານໍ້າ, ຖໍ້າປູຄໍາ, ຖໍ້າຊ້າງ, ເມືອງລັບແລ, ຜາເງິນ… ດິນແດນວ່າງເປົ່າລະຫວ່າງກາງສາຍພູ ທີ່ເຄີຍເປັນໝູ່ບ້ານຂອງຊົນເຜົ່າມົ້ງ ມີສາຍນໍ້າຊອງໄຫຼຜ່ານ ວັງວຽງຈຶ່ງເປັນສະຖານທີ່ນິຍົມສໍາລັບນັກທ່ອງທ່ຽວ Style Backpacker. ສາວໆຮູ້ແລ້ວວ່າ ໄປວັງວຽງຈະໄປເຮັດຫຍັງ? Plan ໄວ້ເລີຍຈະໄປໃສແດ່ ແຕ່… ຫຼາຍຄົນ ທີ່ບໍ່ແມ່ນສາຍທ່ອງທ່ຽວແທ້ໆມັກຈະກັງວົນກໍຄື ບ່ອນພັກ ເພາະບໍ່ຮູ້ວ່າບ່ອນໃດເປັນແນວໃດ ຈະພັກຢູ່ໂຮງແຮມ, ບ້ານພັກ ຫຼື ຣີສອດດີ ໂອ໋ຍຍຍ ອັນໃດທີ່ເຂົ້າກັບ Life Style ທີ່ເຮົາຕ້ອງການ ຈະໄປເລາະຖາມກະຊິເສຍເວລາ… ໝົດຫ່ວງເລີຍສາວໆ ເພາະມື້ນີ້ຂວັນໃຈຈະມາແນະນໍາບ່ອນພັກສໍາລັບສະຖານທີ່ທ່ອງທ່ຽວສຸດຮິດ ໃຫ້ໄດ້ເລືອກຕາມ Style ຕົວເອງ ພ້ອມດ້ວຍລາຄາ ທີ່ສາມາດເລືອກໄດ້ຕາມງົບທີ່ເຮົາມີ… ອຸ໋ຍເລີດ!!! ຢາກຮູ້ມາເບິ່ງເລີຍ…

• ບ່ອນພັກແຄມນໍ້າຊອງ
ບ່ອນພັກທີ່ລາຄາຄ້ອນຂ້າງແພງແມ່ນຢູ່ທີ່ມະມານ 5 xxx xxx ກີບ/ຄືນ ຂໍແນະນໍາ Riverside Boutique Resort ເປັນຣີສອດລະດັບ 4 ດາວ ບໍລິການດີ, ຫ້ອງພັກສະອາດ, ບັນຍາກາດດີ ຕັ້ງຢູ່ແຄມແມ່ນໍ້າຊອງ. ຮອງລົງມາແມ່ນລາຄາຢູ່ທີ່ປະມານ 3 xxx xxx ກີບ/ຄືນ ແນະນໍາ Silver Naga Hotel ຫ້ອງສະອາດ, ມີອາຫານເຊົ້າໃຫ້ເລືອກຫຼາກຫຼາຍ ແລະ The Elephant Crossing Hotel ເປັນບ່ອນພັກທີ່ຊອກໄດ້ງ່າຍໃຫ້ຮ້ານຄ້າ, ໃກ້ຮ້ານອາຫານສາມາດຍ່າງໄປໄດ້ ວິວງາມຕິດແມ່ນໍ້າ ແລະ ພູຜາ ເບິ່ງໄດ້ຈາກລະບຽງຫ້ອງ, Villa Nam song, Vansana Hotel Vangvieng. ຫ້ອງພັກລາຄາ 2 xxx xxx ກີບ/ຄືນ ແນະນໍາ Villa VangVieng Riverside ເປັນໂຮງແຮມທີ່ຢູ່ຕິດກັບແມ່ນໍ້າຊອງ ມີຄວາມສະງົບ ບັນຍາກາດດີ, ວິວງາມ ພະນັກງານບໍລິການດີ, ຫ້ອງພັກສະອາດ, Vieng Tara Villa. ສ່ວນຫ້ອງພັກລາຄາທົ່ວໄປຕັ້ງແຕ່ ຫຼັກ 10 – 1 xxx xxx ກີບ/ຄືນ ມີຫຼາກຫຼາຍໃຫ້ເລືອກເລີຍໄດ້ແກ່: River View Bungalows ທາມເລດີ ຕິດແຄມແມ່ນໍ້າ ຫ້ອງພັກແຍກເປັນຫຼັງ ບັນຍາກາດດີ ຫ້ອງພັກບໍ່ຫຼາຍ, Ban Sabai Bungalows ຢູ່ຕິດແມ່ນໍ້າຊອງ ວິວງາມ ພະນັກງານບໍລິການດີ ເປັນກັນເອງ ຫ້ອງພັກສະອາດ ມີໄວຟາຍຟຣີ, ມີສະລອຍນໍ້າ, Tavonsouk Resort, D Rose Resort @Vangvieang, Thavisouk Hotel, Grandview Guest House, Popular View Guest Hose, Banana Bungalow, Saysong Guest House, Champa Lao Bungalow, Domon Guest House, Other side Bungalow, Mountain Riverview Guest House, Phoubane Guest House, Cliff View Bungalow, Vieng thara Guest House and Café, Vanvieng Resort.

• ບ່ອນພັກໃນຕົວເມືອງ
ສໍາລັບບ່ອນພັກໃນຕົວເມືອງແມ່ນລາຄາບໍ່ຄ່ອຍແພງໄລ່ເລ່ຍກັນຢູ່ທີ່ ຫຼັກ 10-1 xxx xxx ກີບ/ຄືນ ບ່ອນພັກທີ່ຢາກແນະນໍາໄດ້ແກ່: Laos Haven Hotel, Inthira Vang Vieng, Phongsavanh Resort, Malany Hotel, Phoom Chai Guest House, Savanh Vangvieng Hotel, Molina Bungalow, Khamphone Guest House, Nana Guest House, Chanthala Guest House, Khampaseuth Hotel, Malany villa 2, Pany Hotel, Phouna Guest House ແລະ Bee Bee Guest house

ຂອບໃຈທີ່ມາ: EmagTravel ເບິ່ງຮູບ ແລະ ລາຍລະອຽດເພີ່ມຕຶ່ມໄດ້ທີ່: http://www.emagtravel.com/archive/all-vang-vieng-laos-hotel.html
ແບ່ງປັນ