Breaking News

“Satoyama” ພື້ນທີ່ສີຂຽວ ແຫຼ່ງທ່ອງທ່ຽວໃນຊົນນະບົດຂອງຍີ່ປຸ່ນ

ແບ່ງປັນ
“Satoyama” ພື້ນທີ່ສີຂຽວ ແຫຼ່ງທ່ອງທ່ຽວໃນຊົນນະບົດຂອງຍີ່ປຸ່ນ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວໃນຍີ່ປຸ່ນ ຮ້ອຍທັງຮ້ອຍກໍມັກຈະຄິດຫາເມືອງໃຫຍ່ຢ່າງ ເມືອງໂຕກຽວ ແລະ ເມືອງ ໂອຊາກ້າ. ແຕ່ກໍມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍເລີຍ ທີ່ຫຼົງໄຫຼຄວາມງາມຂອງທໍາມະຊາດ ຫຼາຍກວ່າແສງສີ… ເຖິງວ່າປະເທດຍີ່ປຸ່ນຈະເປັນປະເທດທີ່ຂຶ້ນຊື່ເລື່ອງເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ ແຕ່ຍັງມີຄົນອີກຈໍານວນຫຼາຍ ໃນເຂດຊົນນະບົດທີ່ຍັງຄົງຢູ່ກັບ ວັດທະນະທໍາດັ້ງເດີມ ແລະ ອາໄສການເຮັດກະສິກໍາເພື່ອລ້ຽງຊີບພວກເຂົາເອີ້ນວິຖີວິດແບບນີ້ວ່າ ຊາໂຕຍາມະ (Satoyama) ເຊິ່ງມື້ນີ້ ຂວັນໃຈເຮົາກໍຢາກຈະນໍາພາສາວໆສາຍທ່ອງທ່ຽວທໍາມະຊາດ ໄປສໍາພັດກັບ Satoyama ພື້ນທີ່ປູກຝັງເຂດຊົນນະບົດຂອງຍີ່ປຸ່ນ… ຈະເປັນແນວໃດນັ້ນໄປເບິ່ງເລີຍ!
Satoyama ເປັນພື້ນທີ່ປູກຝັງບໍລິເວນຕີນພູ, ໂອບອ້ອມດ້ວຍທົ່ງນາ, ປ່າໄມ້ ແລະ ພູຜາສະລັບຊັບຊ້ອນ ເຮັດໃຫ້ເຂດຊົນນະບົດແຫ່ງນີ້ ມີສີຂຽວອຸ່ມທຸ່ມຕະຫຼອດປີ ແລະ ສ້າງລະບົບນີເວດໃຫ້ເປັນທີ່ຢູ່ຂອງສັດ, ມວນແມງໄມ້ ແລະ ພຶກສານາໆຊະນິດ. ຮູບສະທ້ອນພື້ນນໍ້າຂອງຍອດພູເຂົາຟູຈິ ທີ່ສາມາດເບິ່ງເຫັນໄດ້ ພ້ອມກັບທິວທັດທີ່ປ່ຽນໄປຕາມແຕ່ລະເວລາຕ່າງໆໃນແຕ່ລະມື້.
ແຕ່ໜ້າເສຍດາຍທີ່ປັດຈຸບັນພື້ນທີ່ Satoyama ກໍາລັງຕົກຢູ່ໃນສະພາບທີ່ຊຸດໂຊມ ເນື່ອງຈາກສ່ວນໜຶ່ງເປັນຍ້ອນຄວາມທັນສະໄໝ ເຊິ່ງເກີດຈາກນະວັດຕະກໍາຂອງ ເທັກໂນໂລຍີ່. ແນວໃດກໍຕາມການຈັດການພື້ນທີ່ປ່າເພື່ອການປູກຝັງ ຊາໂຕຍາມາ ກໍຍັງມີໃຫ້ເຫັນຢູ່ທົ່ວປະເທດ…
ຖ້າໃຜມີໂອກາດໄດ້ໄປທ່ອງທ່ຽວຍີ່ປຸ່ນ ກໍລອງອອກນອກເມືອງມາໃຊ້ຊີວິດ Slow life ໃຊ້ຊີວິດງ່າຍໆ Style ຍີ່ປຸ່ນເບິ່ງເດີ່! ຖືວ່າເປັນອີກສີສັນທີ່ບໍ່ສາມາດຊອກໃນເມືອງໃຫຍ່ໄດ້ເລີຍແຫຼະ!!!
ທີ່ມາ: MTHAI
ແບ່ງປັນ