Breaking News

ບໍ່ທຳມະດາ! ເຈນນີ້ ຕົ້ນຄຳ ຖືກເຊີນໄປເດີນແບບ ໃນຖານະນາງແບບອາຊີ ທີ່ປະເທດ ອິນໂດເນເຊຍ!!!

ແບ່ງປັນ

ຫຼັງຈາກອຳລາຕຳແໜ່ງຈາກ Miss World Laos 2017 ໄປແລ້ວ ຫຼ້າສຸດກໍ່ເອີ້້ນສຽງຮືຮາ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ໄດ້ອອກມາໂພສໃຫ້ແຟນຄລັບໄດ້ຮູ້ວ່ານາງໄດ້ເດີນທາງໄປເປັນໜຶ່ງໃນງານເດີນແບບ Surabaya ທີ່ ປະເທດ ອິນໂດເນເຊຍ ເຊິ່ງງານນນີ້ ເຈນນີ້ ໄດ້ຖືກເຊີນໄປເດີນແບບ ໃນຖານະນາງແບບເອເຊຍ ຂອງປະເທດລາວ.

(ໂອ້ວ້າວວວວ ບໍ່ທຳມະດາກັນເລີຍ!!!)

ເມື່ອບໍ່ດົນມານີ້ ເຈນນີ້ ຫາກໍ່ຜ່ານພົ້ນຊ່ວງອຳລາຕຳແໜ່ງຈາກ Miss World Laos 2017 ແລະ ກໍ່ ໄດ້ສົ່ງຕໍ່ຕຳແໜ່ງອັນຊົງກຽດໃຫ້ ຕິກນໍ້າ ກະດຸມເພັດ Miss World Laos 2018 ຄົນໃໝ່.

ຢ່າງໃດ!!! ກໍ່ຝາກເປັນເປັນກຳລັງໃຈໃຫ້ ສາວ ເຈນນີ້ ຕົ້ນຄຳພົນຈັນເຮືອງ Miss World Laos 2017 ກັນແດ່ເດີ້ແຟນໆ.

ຮູບພາບ: Tonkham Phonchanheuang

ແບ່ງປັນ