Breaking News

ຂວັນ ອຸສາມະນີ ເດີນທາງເຊັນອິນປະເທດລາວ ແຟນຄລັບຊາວລາວແຫ່ຄອມເມັ້ນແບບນີ້…

ແບ່ງປັນ

ເດີນທາງມາຢ້ຽມຢາມປະເທດລາວເລື້ອຍໆ ໃນວັນທີ 20 ກັນຍາ 2018 ທີ່ຜ່ານມາ ຂວັນ ອຸສາມະນີ ໄວທະຍານົນ ນັກສະແດງຊື່ດັງປະເທດໄທ ກໍ່ໄດ້ເດີນທາງມາທີ່ ແຂວງສະຫວັນນະເຂດ ປະເທດລາວ ເພື່ອໃຫ້ບັນດາແຟນຄລັບຊາວລາວໄດ້ ກຣີດໆໆໆ……. ກັນຖ້ວນໜ້າ!!!

ເຊິ່ງ ສາວ ຂວັນ ກໍ່ຍັງໄດ້ໂພສຮູບພາບ ພ້ອມຄລິບ ໃນຂະນະທີ່ຢູ່ໃນ ປະເທດລາວ ໃຫ້ແຟນຄລັບທັງໄທ ແລະ ລາວ ໄດ້ອັບເດດກັນ ແລະ ກໍ່ຍັງມີບັນດາແຟນຄລັບຊາວລາວເຂົ້າໄປສະແດງຄວາມຄິດເຫັນວ່າ ຍິນດີຕ້ອນຮັບນັກສະແດງສາວຄົນນີ້ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ.

View this post on Instagram

? #laos

A post shared by Kwan Usamanee Official (@kwanusa9) on

ຢ່າງໃດກໍ່ຂໍຕ້ອນຮັບ ຂວັນ ອຸສາມະນີ ເຂົ້າສູ່ປະເທດລາວ!!!

ຮູບພາບ: IG/ kwanusa9

ແບ່ງປັນ